leftcenterrightdel
ຜູ້ຕາງໜ້າພົນລະພາກຫຼວງ 11 (ກະຊວງປ້ອງກັນປະເທດຫວຽດນາມ) ມອບເງິນຈໍານວນ 100 ລ້ານກີບ ເພື່ອຊ່ວຍໃຫ້ປະຊາຊົນລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກນໍ້າຖ້ວມ. ພາບ: nhandan.com.vn.

ການເຄື່ອນໄຫວບໍລິຈາກດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກປະຊາຄົມຊາວຫວຽດນາມ ພວມດໍາລົງຊີວິດ, ທໍາມາຫາກິນຢູ່ນະຄອນຫຼວງວຽງຈັນ; ພະນັກງານ, ພາລະກອນສະຖານທູດຫວຽດນາມ ແລະບັນດາອົງການຕາງໜ້າຂອງຫວຽດນາມ ປະຈໍາ ລາວ ກໍ່ຄືຂອງບັນດາວິສາຫະກິດຫວຽດນາມ ພວມດໍາເນີນທຸລະກິດຢູ່ລາວ. ຄິດໄລ່ຮອດວັນທີ 15 ກັນຍາ, ຈໍານວນເງິນບໍລິຈາກແມ່ນຂຶ້ນເຖິງ 184 ລ້ານກີບ ແລະ 4.755 ໂດລາສະຫະລັດ, ໃນນັ້ນສະເພາະພົນລະພາກຫຼວງ 11, ເຊິ່ງແມ່ນກົມກອງພວມລົງມືກໍ່ສ້າງສໍານັກງານສະພາແຫ່ງຊາດຫຼັງໃໝ່ຂອງລາວ ໄດ້ໜູນຊ່ວຍ 100 ລ້ານກີບ.

ໂດຍ: ກວຽດເຕິມ