ກ່າວຄໍາເຫັນທີ່ພິທີ, ທ່ານນາງ ຫງວຽນທຸຍຮ່ຽນ ຮອງປະທານສານປະຊາຊົນສູງສຸດຫວຽດນາມ ເນັ້ນໜັກວ່າ, ຜ່ານບັນດາໄລຍະພັດທະນາຕ່າງໆ, ພະນັກງານ, ລັດຖະກອນ, ຜູ້ອອກແຮງງານຂອງສານປະຊາຊົນທຸກຂັ້ນຍາມໃດກໍ່ຈົງຮັກພັກດີກັບອຸດົມຄະຕິປະຕິວັດອັນສູງສົ່ງດີງາມເຊິ່ງພັກ, ລຸງໂຮ່ ແລະປະຊາຊົນພວກເຮົາໄດ້ເລືອກເຟັ້ນຢ່າງເດັດຂາດ.

leftcenterrightdel
ຄະນະຜູ້ແທນສານປະຊາຊົນສອງປະເທດໄດ້ມອບດອກໄມ້ອວຍພອນ, ທຸງທີ່ລະນຶກໃຫ້ກັນເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງຂະແໜງສານ. ພາບ: baonghean.vn.

ຂະແໜງສານຫວຽດນາມ ຍາມໃດກໍ່ມານະພະຍາຍາມສູ້ຊົນເພື່ອສໍາເລັດບັນດາໜ້າທີ່ທີ່ໄດ້ຮັບມອບຢ່າງດີເດັ່ນ; ຮັບໃຊ້ປະຊາຊົນຢ່າງໝົດຈິດໝົດໃຈ; ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສົມເປັນອົງການຮັກສາຄວາມຍຸຕິທໍາ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.

ກ່າວຄໍາເກັນທີ່ພິທີ, ທ່ານ ຄໍາພາ ແສງດາຣາ ປະທານສານປະຊາຊົນສູງສຸດລາວ ສະແດງຄວາມເຄົາລົບນັບຖື, ຄວາມເອກອ້າງທະນົງໃຈ, ຈັດຈໍາການຊ່ວຍເຫຼືອຂອງສານປະຊາຊົນຫວຽດນາມ ໃນໄລຍະຜ່ານມາ, ພ້ອມທັງຢັ້ງຢືນວ່າຂະແໜງສານລາວ ຈະຍາມໃດກໍ່ເຊື່ອໝັ້ນ ແລະມານະພະຍາຍາມເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ ຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ອວຍພອນວັນສ້າງຕັ້ງຂະແໜງສານ, ພະນັກງານ, ພາລະກອນຂະແໜງສານຫວຽດນາມ ແລະລາວ ໄດ້ພ້ອມກັນສະແດງລາຍການສິລະປະສັນລະເສີນບັນດາການນໍາ ແລະນໍ້າໃຈມິດຕະພາບລະຫວ່າງສອງຊາດຫວຽດນາມ-ລາວ.

ໂດຍ: ຈາງຫງວຽນ