ໃນຊຸມປີຜ່ານມາ, ແຂວງຮ່າຕີ໋ງ ໄດ້ມານະພະຍາຍາມຍູ້ໄວວຽກງານປະຕິຮູບດ້ານບໍລິຫານແນໃສ່ສ້າງເງື່ອນໄຂໃຫ້ບັນດາສ່ວນບຸກຄົນ, ອົງການຈັດຕັ້ງໃນວິວັດການປະຕິບັດລະບຽບການບໍລິຫານ, ນໍາແຂວງຮ່າຕີ໋ງ ບືນຂຶ້ນຢູ່ອັນດັບທີ 13 ໃນຕາຕະລາງດັດຊະນີປະຕິຮູບດ້ານບໍລິຫານ (PAR INDEX) ປີ 2018; ປະກອບສ່ວນປະຕິບັດບັນດາດັດຊະນີເສດຖະກິດ-ສັງຄົມຂອງແຂວງຮ່າຕີ໋ງ ໄດ້ຢ່າງມີໄຊ.

leftcenterrightdel
 ບັນຍາກາດທີ່ການເຮັດວຽກ. ພາບ: baohatinh.vn.

ທີ່ການເຮັດວຽກ, ບັນດາສະມາຊິກຄະນະປະຕິບັດງານຂອງແຂວງສະຫວັນນະເຂດໄດ້ສະຫງວນເວລາສ່ວນຫຼາຍ ເພື່ອແລກປ່ຽນກ່ຽວກັບຂໍ້ມູນສໍາຄັນໃນວິວັດການກໍ່ສ້າງ ແລະການເຄື່ອນໄຫວຂອງສູນການປົກຄອງລັດຂອງແຂວງຮ່າຕີ໋ງ, ຄື: ການຈັດຕັ້ງປະຕິບັດແຜນຮ່າງສ້າງຕັ້ງສູນການປົກຄອງລັດຂອງແຂວງຮ່າຕີ໋ງ; ນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການເຄື່ອນໄຫວຮັບເອົາ, ແກ້ໄຂລະບຽບການບໍລິຫານ; ທ່າທີຂອງພະນັກງານເຮັດວຽກຢູ່ສູນດັ່ງກ່າວ; ຂັ້ນຕອນການແກ້ໄຂລະບຽບການບໍລິຫານໃນສະພາບແວດລ້ອມທາງອິນເຕີແນັດ...

leftcenterrightdel
ທ່ານ ວາລິຍະ ສີຈັນທອງທິບ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງສະຫວັນນະເຂດ, ປະເທດລາວ ມອບຂອງຂວັນທີ່ລະນຶກໃຫ້ແຂວງຮ່າຕີ໋ງ. ພາບ: baohatinh.vn.

ພ້ອມກັນນັ້ນ, ແຂວງສະຫວັນນະເຂດ ກໍ່ຫວັງວ່າ, ແຂວງຮ່າຕີ໋ງ ຈະສ້າງເງື່ອນໄຂເພື່ອໃຫ້ບັນດາພະແນກ, ຄະນະ, ຂະແໜງການຂອງແຂວງສະຫວັນນະເຂດ ສືບຕໍ່ເຊື່ອມຕໍ່, ແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກວ່າອີກ, ຜ່ານນັ້ນ, ຖອດຖອນບົດຮຽນ ຂອງແຂວງຮ່າຕີ໋ງ ໃນວິວັດການປະຕິບັດການປະຕິຮູບດ້ານບໍລິຫານ, ກໍ່ສ້າງສູນການປົກຄອງລັດຂອງແຂວງຮ່າຕີ໋ງ ຕື່ມອີກ...

ຄະນະປະຕິບັດງານແຂວງສະຫວັນນະເຂດ ຢືນຢັນວ່າ, ການປະຕິບັດງານຄັ້ງນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາສະມາຊິກຊອກຮູ້, ຖອດຖອນບົດຮຽນພຶດຕິກໍາຕົວຈິງສໍາຄັນເພື່ອເປັນເສນາທິການກ່ຽວກັບວຽກງານປະຕິຮູບດ້ານບໍລິຫານເປັນຢ່າງດີກວ່າ.

ໂດຍ: ເຈິ່ນຮວ່ຽນ