leftcenterrightdel
ບັນຍາກາດທີ່ພິທີໄຂການພົບປະແລກປ່ຽນ, ແຂ່ງຂັນກິລາມິດຕະພາບລະຫວ່າງສານປະຊາຊົນສູງສຸດຂອງສອງປະເທດຫວຽດນາມ-ລາວ ດໍາເນີນຢູ່ສູນກິລາເທດສະບານແຂວງເກື໋ອລໍ່. ພາບ: baonghean.vn.
leftcenterrightdel
 ຜູ້ແທນເຂົ້າຮ່ວມພິທີໄຂ. ພາບ: baonghean.vn.

ບົນຈິດໃຈສາມັກຄີ, ຮັດແໜ້ນນໍ້າໃຈມິດຕະພາບລະຫວ່າງພະນັກງານສານປະຊາຊົນສອງປະເທດ, ລາຍການພົບປະແລກປ່ຽນໄດ້ດໍາເນີນດ້ວຍການແຂ່ງຂັນກິລາ 5 ປະເພດ, ລວມມີ: ບານສົ່ງ, ບານເຕະ, ດອກປີກໄກ່, ປິງປັອງ, ດຶງເຊືອກ.

leftcenterrightdel
ທ່ານ ຄໍາພາ ແສງດາລາ, ປະທານສານປະຊາຊົນສູງສຸດລາວ ມອບທຸງທີ່ລະນຶກໃຫ້ແກ່ບັນດານັກກິລາ. ພາບ: baonghean.vn.
leftcenterrightdel
ທ່ານ ຫງວຽນຊວນເຊີນ, ຮອງເລຂາຜູ້ປະຈໍາການພັກແຂວງ, ປະທານສະພາປະຊາຊົນແຂວງເງະອານ ມອບດອກໄມ້ໃຫ້ຄະນະກຳມະການ. ພາບ: baonghean.vn.

ນີ້ແມ່ນກິດຈະກຳນອນໃນບັນດາເຫດການດໍາເນີນໃນລະຫວ່າງວັນທີ 12-15 ກັນຍາຢູ່ແຂວງເງະອານ, ແນໃສ່ຂ່ຳນັບຮັບຕ້ອນວັນບຸນໃຫຍ່ຂອງປະເທດຫວຽດນາມ, ສະເຫຼີມສະຫຼອງ 74 ປີແຫ່ງວັນມູນເຊື້ອສານປະຊາຊົນສູງສຸດຫວຽດນາມ (13-9-1945/13-9-2019) ແລະ 57 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ (5-9-1962/5-9-2019).

leftcenterrightdel
ທ່ານນາງ ຫງວຽນຖຸ໊ຍຮ່ຽນ, ຮອງປະທານສານປະຊາຊົນສູງສຸດຫວຽດນາມ ກ່າວຄໍາເຫັນທີ່ພິທີໄຂ. ພາບ: baonghean.vn.

ກ່າວຄໍາເຫັນທີ່ພິທີ, ທ່ານນາງ ຫງວຽນຖຸ໊ຍຮ່ຽນ, ຮອງປະທານສານປະຊາຊົນສູງສຸດຫວຽດນາມ ຢືນຢັນວ່າ, ລາຍການພົບປະແລກປ່ຽນດັ່ງກ່າວບໍ່ພຽງແຕ່ແມ່ນການແຂ່ງຂັນກິລາເທົ່ານັ້ນ ຫາກຜ່ານນັ້ນ, ແມ່ນແນໃສ່ເສີມຂະຫຍາຍຈິດໃຈສາມັກຄີ, ເປີດກວ້າງການພົບປະແລກປ່ຽນ, ຖອດຖອນບົດຮຽນລະຫວ່າງລັດຖະກອນ, ພາລະກອນສານປະຊາຊົນຂອງສອງປະເທດຫວຽດນາມ-ລາວ. ປະກອບສ່ວນປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.

ໂດຍ: ຄໍາແພງ