ຕໍ່ໜ້າສະພາບການດັ່ງກ່າວ, ຄະນະພັກ-ຄະນະອໍານວຍການບໍລິສັດຮ່ວມມືເສດຖະກິດ 385 (ພົນລະພາກຫຼວງ 15) ໄດ້ຈັດສົ່ງຄະນະພະນັກງານ, ພາລະກອນ ແລະລົດໂອໂຕ 3 ຄັນໄປກູ້ໄພ, ກູ້ຊີບ, ຊ່ວຍປະຊາຊົນຢູ່ເຂດນໍ້າຖ້ວມຍົກຍ້າຍໄປຍັງບ່ອນທີ່ມີຄວາມປອດໄພ; ຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈທັງດ້ານວັດຖຸ ແລະຈິດໃຈໃຫ້ແກ່ຜູ້ອອກແຮງງານ ແລະປະຊາຊົນຢູ່ເຂດນໍ້າຖ້ວມ.

leftcenterrightdel
ປະຊາຊົນຢູ່ເຂດນໍ້າຖ້ວມຂອງແຂວງອັດຕະປື (ປະເທດລາວ). ພາບ: ວັນທ່ຽນ.

ທ່ານພັນເອກ ດິງມິງເຕິມ, ຮອງຜູ້ອໍານວຍການບໍລິສັດ ໃຫ້ຮູ້ວ່າ: ກົມກອງໄດ້ຫັກເງິນຈາກກອງທຶນເພື່ອຊື້: ໝີ່ສຳເລັດຮູບ, ນໍ້າດື່ມ, ເຂົ້ົ້າຈີ່ ເພື່ອໜູນຊ່ວຍໃຫ້ພໍ່ແມ່ປະຊາຊົນ, ບໍ່ປະໃຫ້ກໍາມະກອນ ແລະປະຊາຊົນໃນບໍລິເວນຖືກອຶດຢາກ, ໜາວ; ຮັບປະກັນຈໍານວນພົນ 100%  ພ້ອມແລ້ວທີ່ຈະໄປກູ້ໄພ, ກູ້ຊີບ, ກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ.

ໂດຍ: ທູຈາງ