leftcenterrightdel
ທ່ານ ເວືອງດີ່ງເຫວ້ ຮອງນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດລາວ ທີ່ພວມມີການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ເວືອງດີ່ງເຫວ້ ຕີລາຄາສູງການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ ນັບມື້ນັບສະໜິດຕິດພັນຢ່າງແໜ້ນແຟ້ນ, ສະແດງການສະໜັບສະໜູນສໍາລັບການພັດທະນາສາຍພົວພັນອັນດີງາມຂອງສອງອົງການທີ່ປະຊາຊົນເລືອກຕັ້ງສອງປະເທດ.

ທ່ານ ເວືອງດີ່ງເຫວ້ ສະເໜີໃຫ້ສະພາແຫ່ງຊາດສອງປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຕິດຕາມກວດກາ ແລະສ້າງຄວາມສະດວກໃຫ້ການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ຕັ້ງໜ້າສົມທົບກັນ ແລະມີປະສິດທິຜົນເພື່ອໃຫ້ໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ ສຳເລັດຖືກຕ້ອງກັບຄວາມຄືບໜ້າ ແລະຮັບປະກັນຄຸນນະພາບໃຫ້ຖືກຕ້ອງຕາມເນື້ອໃນຈິດໃຈຊີ້ນໍາຂອງການນໍາຂັ້ນສູງສອງປະເທດ. ທ່ານ ເວືອງດີ່ງເຫວ້ ປາດຖະໜາຢາກໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນໃນໄລຍະຈະມາເຖິງ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາງໜ້າພັກ, ລັດ ແລະປະຊາຊົນລາວ, ທ່ານ ບຸນປອນ ບຸດຕະນະວົງ ໄດ້ສະແດງຄວາມຂອບອົກຂອບໃຈ ພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ໄດ້ໜູນຊ່ວຍລາວ ກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່, ຖືນີ້ແມ່ນຂອງຂວັນອັນລ້ຳຄ່າ, ເປັນສັນຍາລັກໃຫ້ແກ່ສາຍພົວພັນລະຫວ່າງສອງປະເທດ. ປະຈຸບັນ, ບັນດາຝ່າຍພວມສົມທົບກັນຜັນຂະຫຍາຍກິດຈະກໍາໃຫ້ຖືກຕ້ອງກັບຄວາມຄືບໜ້າ ແລະຄຸນນະພາບ.

ທ່ານ ບຸນປອນ ບຸດຕະນະວົງ ໃຫ້ຮູ້ວ່າ, ລາວ ຈະສົມທົບຢ່າງແໜ້ນແຟ້ນກັບຫວຽດນາມ ເມື່ອຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນ, ປະທານ AIPA ໃນປີ 2020 ກໍ່ຄືບົດບາດເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021, ເພື່ອຜົນປະໂຫຍດຂອງສອງປະເທດ ແລະບັນດາປະເທດສະມາຊິກ.

ໂດຍ: ເຈິ່ນຮວ່ຽນ