ທີ່ການເຮັດວຽກ, ທ່ານ ເຈິ່ນຕວນແອງ ເນັ້ນໜັກວ່າບັນດາຜົນກະທົບທີ່ຕັ້ງໜ້າຂອງສັນຍາການຄ້າຫວຽດນາມ-ລາວ, ສັນຍາການຄ້າເຂດຊາຍແດນຫວຽດນາມ-ລາວ ໄດ້ປະກອບສ່ວນເຂົ້າລະດັບເຕີບໂຕວົງເງິນການຄ້າຫວຽດນາມ-ລາວ ກວ່າ 10%/ປີ, ສໍາເລັດເປົ້າໝາຍເຊິ່ງການນໍາຂັ້ນສູງສອງປະເທດໄດ້ວາງອອກທີ່ການປະຊຸມຄັ້ງທີ 41 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ລາວ.

leftcenterrightdel
ການໂອ້ລົມສົນທະນາລະຫວ່າງກະຊວງອຸດສາຫະກໍາ ແລະການຄ້າສອງປະເທດຫວຽດນາມ ແລະລາວ. ພາບ: vov.vn.

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍມາດຕະການເພີ່ມທະວີການຮ່ວມມືຈໍານວນໜຶ່ງຄືກວດຄືນ, ປັບປຸງສັນຍາການຄ້າຫວຽດນາມ-ລາວ, ສັນຍາການຄ້າເຂດຊາຍແດນຫວຽດນາມ-ລາວ; ສ້າງແຜນການປັບປຸງສັນຍາລະຫວ່າງລັດຖະບານກ່ຽວກັບການຮ່ວມມືພັດທະນາບັນດາກິດຈະກຳພະລັງງານໄຟຟ້າ ແລະບໍ່ແຮ່; ສ້າງ ແລະປຶກສາຫາລືບົດບັນທຶກກ່ຽວກັບການພັດທະນາ ແລະເຊື່ອມຕໍ່ໂຄງລ່າງການຄ້າເຂດຊາຍແດນຫວຽດນາມ-ລາວ; ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ຜັນຂະຫຍາຍບັນດາກິດຈະກຳສົ່ງເສີມການຄ້າຢູ່ລາວ ກໍ່ຄືສົ່ງເສີມວິສາຫະກິດລາວ ເຂົ້າຮ່ວມບັນດາກິດຈະກຳສົ່ງເສີມການຄ້າ, ງານຕະຫຼາດນັດຢູ່ຫວຽດນາມ ຢ່າງມີປະສິດທິຜົນ; ສືບຕໍ່ຊຸຸກຍູ້ການຜັນຂະຫຍາຍບັນດາໂຄງການໄຟຟ້ານໍ້າຕົກຢູ່ລາວ ແລະເຊື່ອມຕໍ່ການຊື້ຂາຍໄຟຟ້າລະຫວ່າງສອງປະເທດ.

ໂດຍ: ກວຽດເຕິມ