leftcenterrightdel
ທ່ານ ເຈິ່ນເກີ໋ມຕູ໊, ປະທານຄະນະກໍາມະການກວດກາສູນກາງພັກກອມມູນິດຫວຽດນາມ ກ່າວຄໍາເຫັນທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ການພົບປະເຈລະຈາ, ທ່ານ ເຈິ່ນເກີ໋ມຕູ໊, ປະທານຄະນະກໍາມະການກວດກາສູນກາງພັກກອມມູນິດຫວຽດນາມ ຢັ້ງຢືນວ່າ, ໃນໄລຍະຜ່ານມາ, ສອງພັກ, ສອງລັດບັນລຸໄດ້ໝາກຜົນສໍາຄັນຕ່າງໆໃນຫຼາຍຂົງເຂດ. ສອງປະເທດໄດ້ແລກປ່ຽນບົດຮຽນອັນລໍ້າຄ່າໃນວຽກງານພັກ, ວຽກງານກວດກາ, ຕິດຕາມກວດກາ, ການຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງ, ພ້ອມທັງເຫັນດີເປັນເອກະພາບຕໍ່ທິດທາງ, ມາດຕະການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດເວົ້າລວມ ແລະລະຫວ່າງຄະນະກໍາມະການກວດກາສູນກາງພັກ, ອົງການກວດກາລັດຖະບານຫວຽດນາມ ກັບຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ ກວ່າອີກ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງ, ປະທານອົງການກວດກາລັດຖະບານລາວ ໄດ້ຍົກອອກບັນດາວຽກງານປ່ຽນແປງໃໝ່ໃນການກໍ່ສ້າງພັກ, ຍູ້ແຮງວຽກງານກວດກາ, ຕິດຕາມກວດກາ, ການຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງ. ຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ ໄດ້ແກ້ໄຂ, ປະຕິບັດວິໄນພະນັກງານ, ສະມາຊິກພັກຫຼາຍຄົນທີ່ລະເມີດກົດໝາຍ.

ທ່ານ ບຸນທອງ ຈິດມະນີ ປາດຖະໜາວ່າ ໃນໄລຍະຈະມາເຖິງ,  ຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ ແລະຄະນະກໍາມະການກວດກາສູນກາງພັກກອມມູນິດຫວຽດນາມ ມີການສົມທົບກັນ, ຮ່ວມມື ກໍ່ຄືແບ່ງປັນບົດຮຽນໃນທຸກຂົງເຂດ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດໃນໄລຍະຈະມາເຖິງ.

ໂດຍ: ທູຈາງ