ອົງການໄອຍະການປະຊາຊົນສູງສຸດໃຫ້ຮູ້ວ່າ, ຕາມກົນໄກໝູນວຽນສອງປີເທື່ອໜຶ່ງ ແລະສືບຕໍ່ຜົນສໍາເລັດຂອງບັນດາກອງປະຊຸມກ່ອນໜ້ານີ້, ກອງປະຊຸມອົງການໄອຍະການປະຊາຊົນບັນດາແຂວງຕິດກັບຊາຍແດນຫວຽດນາມ-ລາວ ຄັ້ງທີ 6 ມີເນື້ອໃນຕົ້ນຕໍແມ່ນຕີລາຄາໝາກຜົນແຫ່ງການຮ່ວມມືມິດຕະພາບ ແລະການຮ່ວມມືຕໍ່ສູ້ຕ້ານ, ສະກັດກັ້ນອາດຊະຍາກໍາລະຫວ່າງອົງການໄອຍະການປະຊາຊົນສອງປະເທດໃນໄລຍະຜ່ານມາບົນພື້ນຖານສະຫຼຸບກອງປະຊຸມຄັ້ງທີ 5.

leftcenterrightdel
ພິທີລົງນາມໃນບົດບັນທຶກກອງປະຊຸມອົງການໄອຍະການປະຊາຊົນບັນດາແຂວງຕິດກັບຊາຍແດນຫວຽດນາມ-ລາວ ຄັ້ງທີ 5. ພາບ: baovephapluat.vn.

ກອງປະຊຸມກໍ່ຍົກອອກບັນດາຜົນສຳເລັດ, ໝາກຜົນທີ່ບັນລຸໄດ້; ໄຈ້ແຍກບັນດາຂໍ້ຈໍາກັດ, ຂໍ້ຄົງຄ້າງ ແລະສາຍເຫດ; ຈາກນັ້ນສະເໜີບັນດາມາດຕະການປະຕິບັດ ເພື່ອຍົກສູງປະສິດທິຜົນການຮ່ວມມືລະຫວ່າງອົງການໄອຍະການສອງປະເທດຫວຽດນາມ-ລາວ ໃນໄລຍະຈະມາເຖິງກວ່າອີກ, ພິເສດແມ່ນການຮ່ວມມືໃນການຕໍ່ສູ້ຕ້ານ, ສະກັດກັ້ນອາດຊະຍາກໍາຂ້າມຊາດ, ອາດຊະຍາກໍາຢາເສບຕິດ...

ໂດຍ: ທະນາພອນ