ທ່ີການພົບປະເຈລະຈາ, ການນໍາຂອງສອງແຂວງໄດ້ຢັ້ງຢືນນໍ້າໃຈມິດຕະພາບ, ຄວາມສະໜິດຕິດພັນຢ່າງໝັ້ນແກ່ນໃນຕະຫຼອດໄລຍະຜ່ານມາ ແລະຮັກສາ, ພັດທະນາສາຍພົວພັນລະຫວ່າງສອງແຂວງກວ່າອີກຜ່ານບັນດາກິດຈະກໍາຕົວຈິງອີງຕາມທ່າແຮງຂອງສອງແຂວງເພື່ອແນໃສ່ເຊື່ອມຕໍ່, ຮ່ວມມືດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ.

leftcenterrightdel
ພິທີວາງສີລາລຶກໂຮງຮຽນມັດທະຍົມຕອນຕົ້ນບ້ານຄອຍ, ນະຄອນຫຼວງພະບາງ ໂດຍແຂວງຖ໋າຍງວຽນ ອຸປະຖໍາໂຄງການລົງທຶນດ້ວຍມູນຄ່າ 7 ຕື້ດົ່ງ. ພາບ: baotainguyenmoitruong.vn.

ໃນການຢ້ຽມຢາມ ແລະການພົບປະເຈລະຈາຄັ້ງນີ້ສອງຝ່າຍກໍ່ໄດ້ດໍາເນີນພິທີລົງນາມໃນບົດບັນທຶກແຮກສ່ຽວລະຫວ່າງນະຄອນຖ໋າຍງວຽນ ກັບນະຄອນຫຼວງພະບາງ; ເມືອງດ້າຍຕື່ ແຮກສ່ຽວກັບເມືອງນໍ້າບາກ; ພະແນກສຶກສາ ແລະກໍ່ສ້າງແຂວງຖ໋າຍງວຽນ ຮ່ວມມືກັບພະແນກສຶກສາ ແລະກໍ່ສ້າງແຂວງຫຼວງພະບາງ. ຜ່ານນັ້ນ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງແຂວງເພື່ອແນໃສ່ສ້າງນໍ້າໃຈມິດຕະພາບໃຫ້ນັບມື້ນັບໝັ້ນຄົງ.

ໂດຍ: ກວຽດເຕິມ