leftcenterrightdel
ຄ້າຍທະຫານຊາຍແດນດ່ານສາກົນລາວບ໋າວ (ທະຫານຊາຍແດນແຂວງກວ໋າງຈິ) ແລະສະມາຄົມການກຸສົນດອກບົວມອບຂອງຂວັນໃຫ້ແກ່ບັນດາຄອບຄົວທຸກຍາກຢູ່ກຸ່ມບ້ານແດນສະຫວັນ. ພາບ: ຈຸກຮ່າ.

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ນອນໃນລາຍການພົບປະແລກປ່ຽນມິດຕະພາບຊາຍແດນຫວຽດນາມ-ລາວ ປີ 2019, ເຊິ່ງໄດ້ຈັດຕັ້ງຢູ່ແຂວງກວ໋າງຈິ ໃນທ້າຍເດືອນ ກໍລະກົດ 2019. ເຂົ້າຮ່ວມການກວດພະຍາດ, ໃຫ້ຄໍາປຶກສາ ແລະແຈກຢາຍຢຸກຢາໂດຍບໍ່ເສຍຄ່າມີແພດໝໍ, ທີ່ສັງກັດກົມພະລາທິການທະຫານຊາຍແດນຫວຽດນາມ, ຫ້ອງພະລາທິການທະຫານຊາຍແດນແຂວງກວ໋າງຈິ, ສູນການແພດເມືອງເຮື໋ອງຮວ໋າ ແລະບັນດາແພດໝໍຢູ່ເມືອງເຊໂປນ ນຳອີກ.

leftcenterrightdel
ແພດໝໍທະຫານຊາຍແດນຫວຽດນາມ ແລະສູນການແພດເມືອງເຊໂປນ ກວດພະຍາດໃຫ້ແກ່ປະຊາຊົນ. ພາບ: ຈຸກຮ່າ.

ຜ່ານເວລາ 1 ມື້ທີ່ຢ້ຽມຢາມ ແລະກວດພະຍາດ, ມີປະຊາຊົນເກືອບ 400 ເທື່ອຄົນໄດ້ກວດພະຍາດ, ໃຫ້ຄໍາປຶກສາ ແລະແຈກຢາຍຢຸກຢາໂດຍບໍ່ເສຍຄ່າ, ລວມມູນຄ່າທັງໝົດຫຼາຍກວ່າ 30 ລ້ານດົ່ງ.

leftcenterrightdel
ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນບ້ານແດນສະຫວັນ. ພາບ:  ຈຸກຮ່າ.

ເນື່ອງໃນໂອກາດນີ້, ທະຫານຊາຍແດນແຂວງກວ໋າງຈິ ກໍ່ໄດ້ປຸກລະດົມສະມາຄົມການກຸສົນດອກບົວ (ເທດທະບານເມືອງເຊີນໄຕ, ຮ່າໂນ້ຍ) ມອບຂອງຂວັນ 50 ພູດລວມມູນຄ່າທັງໝົດ 25 ລ້ານດົ່ງໃຫ້ແກ່ບັນດາຄອບຄົວທຸກຍາກຂອງກຸ່ມບ້ານແດນສະຫວັນ.

ໂດຍ: ເກື່ອງດັ້ງ