ລາຍການຈະດໍາເນີນກິດຈະກຳຕ່າງໆ, ຄື: ການລາດຕະເວນສອງຝ່າຍ, ການປູກຕົ້ນໄມ້ມິດຕະພາບ, ປະເມີນຜົນການແຮກສ່ຽວຊຸມຊົນສອງຟາກຊາຍແດນ, ການໂອ້ລົມສົນທະນາກ່ຽວກັບການຄຸ້ມຄອງຊາຍແດນ; ການມອບງົວພັນໃຫ້ແກ່ຄົນທຸກຍາກຢູ່ຊາຍແດນ, ການກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ; ສິລະປະ ແລະແຂ່ງຂັນກິລາມິດຕະພາບ ... ດ້ວຍການເຂົ້າຮ່ວມຂອງຊາວໜຸ່ມ, ປະຊາຊົນ ແລະກໍາລັງປະກອບອາວຸດສອງປະເທດ.

leftcenterrightdel
ບັນດານັກຮ້ອງຫວຽດນາມ ແລະລາວ ຈະພ້ອມກັນສະແດງລາຍການສັນລະເສີນນໍ້າໃຈສາມັກຄີລະຫວ່າງສອງປະເທດ. ພາບ: baophapluat.vn.

ພິເສດ, ໃນຂອບເຂດລາຍການພົບປະແລກປ່ຽນມິດຕະພາບເຂດຊາຍແດນ ຍັງມີລາຍການໂອ້ລົມສົນທະນາກ່ຽວກັບການຄຸ້ມຄອງຊາຍແດນດ້ວຍການເຂົ້າຮ່ວມຂອງການນໍາແຂວງກວາງຈິ ແລະແຂວງສະຫວັນນະເຂດ, ສາລະວັນ; ກອງບັນຊາການທະຫານຊາຍແດນແຂວງກວາງຈິ, ກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ແລະສາລະວັນ ຈະໄດ້ຮັບການຖ່າຍທອດສົດໃນຕອນຄໍ່າວັນທີ 29 ກໍລະກົດ ຢູ່ເທດສະບານເມືອງລາວບາວ ດ້ວຍຫົວຂໍ້ວ່າ “ຮ່ວມລຳແມ່ນໍ້າເຊໂປນ”. ນັກຮ້ອງຂອງສອງປະເທດຈະສະແດງລາຍການສິລະປະທີ່ເປັນເອກະລັກສະເພາະ, ສ້າງບັນຍາກາດເບີກບານມ່ວນຊື່ນ ແລະເຕັມໄປດ້ວຍນໍ້າໃຈສາມັກຄີ.

ໂດຍ: ຄໍາແພງ