ຕອນຄໍ່າວັນທີ 19 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ຄະນະໄດ້ຮັບການຕ້ອນຮັບຢ່າງສະໜິດສະໜົມຈາກທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ. ເຂົ້າຮ່ວມການຕ້ອນຮັບຍັງມີທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ.

ທີ່ການຕ້ອນຮັບ, ທ່ານ ມາຍຕ໊ຽນຢຸງ ເນັ້ນໜ້ັກວ່າ, ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ຕິດຕາມ ແລະປາດຖະໜາວ່າ ປະເທດລາວ ຈະພັດທະນາເປັນປົກກະຕິ ແລະວັດທະນາຖາວອນ, ປະຊາຊົນລາວ ມີຊີວິດອີ່ມໜຳສຳລານ ແລະມີຄວາມຜາສຸກ.

leftcenterrightdel
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ຕ້ອນຮັບທ່ານ ມາຍຕ໊ຽນຢຸງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ ທອງລຸນ ສີສຸລິດ ຢືນຢັນວ່າ ການຢ້ຽມຢາມ ແລະເຮັດວຽກຂອງຄະນະຈະປະກອບສ່ວນເພີ່ມທະວີ ແລະຮັດແໜ້ນການພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດເວົ້າລວມ, ກໍ່ຄືລະຫວ່າງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີສອງປະເທດ ຫວຽດນາມ-ລາວ ເວົ້າສະເພາະ.

ທ່ານ ທອງລຸນ ສີສຸລິດ ສະເໜີສອງຫ້ອງວ່າການ ສືບຕໍ່ສົມທົບກັນ, ແລກປ່ຽນບົດຮຽນໃນທຸກຂົງເຂດ; ເພີ່ມທະວີການຮ່ວມມືກໍ່ສ້າງພະນັກງານ ເພື່ອຮັບປະກັນວຽກງານເປັນເສນາທິການໃຫ້ມີປະສິດທິຜົນ, ຮັບໃຊ້ວຽກງານຊີ້ນໍາ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ. ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານໃນເບື້ອງຕົ້ນຂອງຫວຽດນາມ ໃນການພັດທະນາລັດຖະບານເອເລັກໂຕນິກ; ສະແດງຄວາມປາດຖະໜາວ່າ ຫວຽດນາມ ຈະແບ່ງປັນບົດຮຽນກັບລາວໃນການພັດທະນາລັດຖະບານເອເລັກໂຕນິກ ແລະໃຫ້ຮູ້ວ່າ ຈະຊີ້ນໍາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີລາວ ເລືອກເຟັ້ນພະນັກງານ ເພື່ອຈັດສົ່ງມາຫວຽດນາມ ຖອດຖອນບົດຮຽນກ່ຽວກັບການກໍ່ສ້າງລັດຖະບານເອເລັກໂຕນິກ, ພ້ອມທັງສະເໜີສອງຫ້ອງວ່າການສົມທົບກັນກໍ່ສ້າງໂຄງການທີ່ກ່ຽວຂ້ອງໃນຂົງເຂດນີ້.

ໂດຍ: ເຈິ່ນຮວ່ຽນ