leftcenterrightdel
ທ່ານ ດິງຕ໊ຽນຢູງ ລັດຖະມົນຕີກະຊວງການເງິນຫວຽດນາມ ກ່າວຄໍາເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີລົງມືກໍ່ສ້າງ, ທ່ານ ດິງຕ໊ຽນຢູງ ລັດຖະມົນຕີກະຊວງການເງິນຫວຽດນາມ ໃຫ້ຮູ້ວ່າ, ເມື່ອໂຄງການກໍ່ສ້າງສະຖາບັນເສດຖະກິດ-ການເງິນດົງຄຳຊ້າງ ໄລຍະ 3 ສຳເລັດ, ພ້ອມກັບພື້ນຖານດ້ານວັດຖຸທີ່ໄດ້ລົງທຶນໃນໄລຍະ 1 ແລະ 2, ໂຄງການນີ້ຈະຮັບປະກັນເງື່ອນໄຂພື້ນຖານດ້ານວັດຖຸຢ່າງພຽງພໍເພື່ອໃຫ້ນັກສຶກສາຈຳນວນ 4.000 ຄົນ ແລະພະນັກງານຂະແໜງການເງິນກວ່າ 300 ຄົນໄດ້ຮ່ຳຮຽນ, ຄົ້ນຄວ້າ; ຕອບສະໜອງຄວາມຕ້ອງການກິນນອນໃຫ້ນັກສຶກສາປະມານ 1.000 ຄົນ ແລະພະນັກງານຂະແໜງການເງິນກວ່າ 100 ຄົນ; ສົມເປັນສະຖານທີ່ກໍ່ສ້າງນັກສຶກສາດີເດັ່ນລຸ້ນຕ່າງໆ, ສະໜອງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝໃໝ່; ປະກອບສ່ວນເຂົ້າໃນກິດຈະການສ້າງສາ ແລະປ່ຽນແປງໃໝ່ປະເທດຊາດ, ນໍາລາວ ກາຍເປັນປະເທດພັດທະນາ ແລະເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກ.

leftcenterrightdel
ບັນດາຜູ້ແທນທຳພິທີລົງມືກໍ່ສ້າງໂຄງການ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ສົມດີ ດວງດີ ລັດຖະມົນຕີກະຊວງການເງິນລາວ ຢືນຢັນວ່າ, ນີ້ແມ່ນໂຄງການທີ່ມີຄວາມໝາຍສໍາຄັນທາງດ້ານການເມືອງ ແລະຍຸດທະສາດ, ແມ່ນກິດຈະກຳຮ່ວມມືຈຸດສຸມຂອງກະຊວງການເງິນສອງປະເທດ ລາວ-ຫວຽດນາມ ໃນໄລຍະຕໍ່ໄປ, ປະກອບສ່ວນສະເຫຼີມສະຫຼອງ 42 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ  ແລະການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ - ລາວ (18-7-1977 / 18-7-2019); ອວຍພອນໃຫ້ນໍ້າໃຈມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດຖະບານ ແລະປະຊາຊົນສອງປະເທດ ລາວ - ຫວຽດນາມ ຍືນຍົງຕະຫຼອດກາລະນານ.

ໂດຍ: ເຈິ່ນຮວ່ຽນ