ຢູ່ທີ່ນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດກວ່າອີກ ເພື່ອແນໃສ່ຕັ້ງໜ້າປະກອບສ່ວນໃຫ້ແກ່ການພົວພັນສອງປະເທດຢ່າງມີປະສິດທິຜົນ, ໃນນັ້ນມີການສົມທົບກັນຮັບໃຊ້ການຢ້ຽມຢາມຄັ້ງຕ່າງໆຂອງການນໍາຂັ້ນສູງ, ຊຸກຍູ້ບັນດາກະຊວງ, ຄະນະ, ຂະແໜງການ ແລະທ້ອງຖິ່ນຜັນຂະຫຍາຍບັນດາເອກະສານທີ່ໄດ້ລົງນາມແລ້ວ, ກະກຽມໃຫ້ແກ່ການທາບທາມຄໍາເຫັນປະຈໍາປີຂັ້ນລັດຖະມົນຕີກະຊວງການຕ່າງປະເທດຄັ້ງທີ 6 ຢູ່ຫວຽດນາມ ໃຫ້ເປັນຢ່າງດີ.

leftcenterrightdel
ບັນຍາກາດທີ່ການປຶກສາຫາລື. ພາບ: ສໍານັກຂ່າວສານຫວຽດນາມ.

ຮອງລັດຖະມົນຕີສອງທ່ານໄດ້ສະຫງວນເວລາແລກປ່ຽນກ່ຽວກັບສະພາບການໃນໂລກ ແລະພາກພື້ນອາຊີ-ປາຊີຟິກ, ເຫັນດີເປັນເອກະພາບຄວນສົມທົບກັນເພື່ອຮັບມືກັບບັນດາສິ່ງທ້າທາຍຫາກໍ່ພົ້ນເດັ່ນຢ່າງມີປະສິດທິຜົນ...

ປຶກສາຫາລືກ່ຽວກັບບັນດາຂໍ້ລິເລີ່ມ ແລະຍຸດທະສາດຂອງບັນດາປະເທດໃຫຍ່ໃນພາກພື້ນ, ສອງຝ່າຍໄດ້ເນັ້ນໜັກເຖິງບັນດາຂໍ້ລິເລີ່ມ ແລະຍຸດທະສາດນີ້ວ່າຄວນປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາໃນພາກພື້ນ; ເຄົາລົບກົດໝາຍສາກົນ, ເອກະພາບ, ອໍານາດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ; ຮັບປະກັນບົດບາດເປັນໃຈກາງຂອງອາຊຽນ ແລະຊຸກຍູ້ການເປີດກວ້າງພາກພື້ນ, ຂະຫຍາຍສະມາຊິກ, ບໍ່ປະຕິເສດໃຜ. ສອງຝ່າຍໄດ້ເຫັນດີເປັນເອກະພາບຈະຈັດຕັ້ງການປຶກສາຫາລືດ້ານການເມືອງຄັ້ງຕໍ່ໄປຢູ່ຫວຽດນາມໃນປີ 2020.

ໂດຍ: ເກື່ອງດັ້ງ