ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕີລາຄາສູງການໄປປະຕິບັດງານຂອງຄະນະ; ສະເໜີໃນໄລຍະຈະມາເຖິງ, ກະຊວງປ້ອງກັນຄວາມສະຫງົບລາວ ແລະກະຊວງຕໍາຫຼວດຫວຽດນາມ ຍູ້ແຮງການຮ່ວມມືກໍ່ສ້າງຊັບພະຍາກອນມະນຸດ, ຕ້ານການກໍ່ການຮ້າຍ, ຕ້ານການຄ້າຂາຍຢາເສບຕິດ ແລະສົມທົບກັນໃນຂົງເຂດການເຂົ້າອອກເມືອງກວ່າອີກ. ທ່ານພົນໂທ ບຸ່ຍວັນນາມ ສະແດງຄວາມຂອບໃຈຕໍ່ທ່ານນາຍົກລັດຖະມົນຕີລາວ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ; ພ້ອມທັງລາຍງານໃຫ້ທ່ານນາຍົກລັດຖະມົນຕີລາວ ຮັບຊາບກ່ຽວກັບຜົນກອງປະຊຸມຮ່ວມມືປ້ອງກັນຄວາມສະຫງົບ ຫວຽດນາມ - ລາວ ຄັ້ງທີ X.

leftcenterrightdel
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ (ເບື້ອງຂວາ) ຕ້ອນຮັບທ່ານພົນໂທ ບຸ່ຍວັນນາມ ຮອງລັດຖະມົນຕີກະຊວງຕໍາຫຼວດ ແລະຄະນະຜູ້ແທນກະຊວງຕໍາຫຼວດຫວຽດນາມ, ໃນຕອນບ່າຍວັນທີ 16 ກໍລະກົດ 2019. ພາບ: ຊວນເຊີນ.

ກ່ອນໜ້ານັ້ນ, ວັນທີ 15 ກໍລະກົດ ທີ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນກະຊວງຕໍາຫຼວດຫວຽດນາມ ນໍາໂດຍທ່ານພົນໂທ ບຸ່ຍວັນນາມ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ແລະຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບລາວ ນໍາໂດຍທ່ານພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ເຂົ້າຮ່ວມກອງປະຊຸມຮ່ວມມືປ້ອງກັນຄວາມສະຫງົບ ຫວຽດນາມ - ລາວ ຄັ້ງທີ X.

leftcenterrightdel
ບັນຍາກາດກອງປະຊຸມຮ່ວມມືປ້ອງກັນຄວາມສະຫງົບ ຫວຽດນາມ  - ລາວ ຄັ້ງທີ X ຢູ່ ລາວ.  ພາບ: ຊວນເຊີນ.

ທີ່ກອງປະຊຸມພາຍໃຕ້ການເປັນປະທານຂອງທ່ານພົນໂທ ບຸ່ຍວັນນາມ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ແລະທ່ານພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ, ສອງຝ່າຍເຫັນດີເປັນເອກະພາບຕີລາຄາວ່າ, ໃນໄລຍະຜ່ານມາ, ກໍາລັງປ້ອງກັນຄວາມສະຫງົບສອງປະເທດ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນໃນວຽກງານຮັບປະກັນຄວາມໝັ້ນຄົງແຫ່ງຊາດຂອງແຕ່ລະປະເທດ; ເປັນເຈົ້າການຜັນຂະຫຍາຍການປະຕິບັດບົດບັນທຶກຊ່ວຍຈໍາກອງປະຊຸມຮ່ວມມືປ້ອງກັນຄວາມສະຫງົບ ຫວຽດນາມ - ລາວ ຄັ້ງທີ IX ຢ່າງມີປະສິດທິຜົນ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງແຕ່ລະປະເທດ.

ໂດຍ: ກວຽດເຕິມ