leftcenterrightdel
ໃນຂອບເຂດການຢ້ຽມຢາມ, ຄະນະຜູ້ແທນໄດ້ໄປຖະຫວາຍທູບທຽນໄວ້ອາໄລຢູ່ເຂດປູຊະນີຍະສະຖານສາມແຍກດົ່ງລົກ, ເມືອງການລົກ. ພາບ: Baohatinh.vn.
leftcenterrightdel

ຄະນະຜູ້ແທນຊາວໜຸ່ມແຂວງຄໍາມ່ວນ ຖະຫວາຍທູບທຽນ, ດອກໄມ້ໄວ້ອາໄລບັນດາວິລະຊົນທີ່ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານຢູ່ທາງສາມແຍກດົ່ງລົກ, ພິເສດແມ່ນຊາວໜຸ່ມຕະລຸມບອນຍິງ 10 ຄົນຢູ່ທາງສາມແຍກ. ພາບ: Baohatinh.vn.
leftcenterrightdel
ຄະນະບໍລິຫານງານຊາວໜຸ່ມແຂວງຮ່າຕີ້ງ ແລະຄໍາມ່ວນ ຖ່າຍຮູບເປັນທີ່ລະນຶກ. ພາບ: Baohatinh.vn.
leftcenterrightdel
ໄວໜຸ່ມສອງແຂວງໄດ້ຈັດຕັ້ງງານພົບປະແລກປ່ຽນ, ຖອດຖອນບົດຮຽນກ່ຽວກັບວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມ, ປຶກສາຫາລື, ເຫັນດີເປັນເອກະພາບກ່ຽວກັບບັນດາການເຄື່ອນໄຫວສົມທົບກັນໃນໄລຍະຈະມາເຖິງ. ພາບ: Baohatinh.vn.

ຕາມແຜນການແລ້ວ, ຄະນະບໍລິຫານງານຊາວໜຸ່ມແຂວງຮ່າຕີ້ງ ຈະຈັດຕັ້ງບັນດາການເຄື່ອນໄຫວອາສາສະໝັກຢູ່ແຂວງຄໍາມ່ວນ, ລວມມີ: ກວດ ແລະໃຫ້ຄໍາປຶກສາສຸຂະພາບ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ; ໂອ້ລົມສົນທະນາ, ແລກປ່ຽນບົດຮຽນ; ສ້າງຮ່າງບົດບັນທຶກການຮ່ວມມືລະຫວ່າງຄະນະຊາວໜຸ່ມແຂວງຮ່າຕີ້ງ ແລະຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ໃນຕົ້ນເດືອນສິງຫາ ປີ 2019.

ໂດຍ: ກວຽດເຕິມ