leftcenterrightdel
ຄະນະຜູ້ແທນສະຖານທູດຫວຽດນາມ ໄດ້ຖະຫວາຍດອກໄມ້ອວຍພອນວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ. ພາບ: ສໍານັກຂ່າວສານຫວຽດນາມ.

ຄະນະຜູ້ແທນສະຖານທູດຫວຽດນາມ ນຳໂດຍທ່ານ ຫງວຽນບ໋າຮູ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ເປັນຫົວໜ້າຄະນະເຂົ້າຮ່ວມພິທີ, ນອກຈາກນັ້ນ, ຍັງມີການນໍາບັນດາກະຊວງ, ຂະແໜງການສູນກາງຂອງລາວ ຕື່ມອີກ.

leftcenterrightdel
ທ່ານ ຫງວຽນບ໋າຮູ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ເຂົ້າຮ່ວມພິທີ. ພາບ: ສໍານັກຂ່າວສານຫວຽດນາມ.

ພິທີສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ ໄດ້ດໍາເນີນໃນບັນຍາກາດທີ່ເຄັ່ງຂຶມ. ຕາມປະເພນີຂອງລາວ, ບັນດາຄູບ່າອາຈານ ແລະຜູ້ແທນຫຼາຍຄົນເຂົ້າຮ່ວມພິທີໄດ້ສູດມົນ, ພາວະນາອາໄລຫາຄຸນງາມຄວາມດີອັນຍິ່ງໃຫຍ່ຂອງປະທານ ສຸພານຸວົງ ຕໍ່ກັບປະຊາຊົນບັນດາເຜົ່າລາວ, ທີ່ມີຕໍ່ການປະຕິວັດລາວ ແລະການປະຕິວັດຫວຽດນາມ, ຕໍ່ກັບສາຍພົວພັນມິດຕະພາບແບບພິເສດ, ບໍລິສຸດຜຸດຜ່ອງ ແລະສັດຊື່ຫວຽດນາມ-ລາວ, ລາວ-ຫວຽດນາມ.

leftcenterrightdel
ບັນຍາກາດທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ.

ຕອນເຊົ້າວັນດຽວກັນ, ຄະນະຜູ້ແທນສະຖານທູດຫວຽດນາມ ແລະບັນດາອົງການອ້ອມຂ້າງສະຖານທູດຫວຽດນາມ ປະຈໍາ ລາວ ກໍ່ໄປຖະຫວາຍຊໍ່ດອກໄມ້ອວຍພອນວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ ທີ່ເຂດອະນຸສອນສະຖານປະທານ ສຸພານຸວົງ ຢູ່ນະຄອນຫຼວງວຽງຈັນ.

ໂດຍ: ເກື່ອງດັ້ງ