leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: baophapluat.vn.

ທີ່ກອງປະຊຸມສໍາມະນາ, ຫວຽດນາມ ໄດ້ແບ່ງປັນກ່ຽວກັບການປະຕິບັດການປະຕິຮູບໃນວຽກງານຄຸ້ມຄອງລັດຖະກອນ, ຄຸ້ມຄອງອໍານາດການປົກຄອງທ້ອງຖິ່ນຂອງຫວຽດນາມ ຢ່າງເປີດອົກເປີດໃຈ; ການນໍາກະຊວງພາຍໃນລາວ ຍົກໃຫ້ເຫັນຄວາມຫຍຸ້ງຍາກ, ຂໍ້ຕິດຂັດຈໍານວນໜຶ່ງ, ບັນດາບັນຫາຄວນແກ້ໄຂເພື່ອໃຫ້ກອງປະຊຸມສໍາມະນາບັນລຸໄດ້ໝາກຜົນສູງທີ່ສຸດ. ທ່ານ ເລວິງເຕີນ ລັດຖະມົນຕີກະຊວງພາຍໃນຫວຽດນາມ ຫວັງວ່າຜ່ານພຶດຕິກຳຕົວຈິງທີ່ໄດ້ແລກປ່ຽນນຳກັນ, ກະຊວງພາຍໃນສອງປະເທດຈະຖອດຖອນບົດຮຽນເພື່ອເປັນເສນາທິການໃນໜ້າທີ່ສ້າງບັນດາເອກະສານນິຕິກໍາທີ່ກ່ຽວຂ້ອງໃຫ້ເໝາະສົມກັບພຶດຕິກໍາຕົວຈິງສອງປະເທດ.

ໂດຍ: ຈາງຫງວຽນ