ທີ່ການເຮັດວຽກ, ອົງການໄອຍະການປະຊາຊົນ 2 ແຂວງໄດ້ຕີລາຄາສູງຕໍ່ການຮ່ວມມືປົກປັກຮັກສາຄວາມໝັ້ນຄົງ, ການເມືອງຢູ່ເຂດຊາຍແດນຫວຽດນາມ - ລາວ ແລະແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະການເຄື່ອນໄຫວຂອງອົງການໄອຍະການປະຊາຊົນ 2 ແຂວງໃນໄລຍະຜ່ານມາ.

leftcenterrightdel
ທ່ານ ໂດ໊ວັນເຟືອງ ຫົວໜ້າອົງການໄອຍະການປະຊາຊົນແຂວງແທັງຮ໊ວາ ເປັນປະທານກອງປະຊຸມ. ພາບ: baovephapluat.vn.

ການພົວພັນຮ່ວມມືລະຫວ່າງອົງການໄອຍະການປະຊາຊົນ 2 ແຂວງໄດ້ປະກອບສ່ວນເພີ່ມພູນຄູນສ້າງ, ພັດທະນາການພົວພັນມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດເວົ້າລວມ ແລະລະຫວ່າງແຂວງແທັງຮ໊ວາ - ຫົວພັນ ເວົ້າສະເພາະ ບົນພື້ນຖານເສີມຂະຫຍາຍມູນເຊື້ອ “ສາມັກຄີ, ເຄົາລົບ” ທີ່ນັບມື້ນັບເລິກເຊິ່ງເຂັ້ມຂຸ້ນ.

leftcenterrightdel
ອົງການໄອຍະການປະຊາຊົນແຂວງແທັງຮ໊ວາ ແລະອົງການໄອຍະການປະຊາຊົນແຂວງຫົວພັນ ລົງນາມໃນບົດບັນທຶກຊ່ວຍຈໍາ. ພາບ: baovephapluat.vn.

ອົງການໄອຍະການປະຊາຊົນ 2 ແຂວງໄດ້ເຫັນດີເປັນເອກະພາບຕໍ່ເນື້ອໃນ ແລະແຜນການຮ່ວມມືແຕ່ປີ 2019 ຮອດປີ 2021 ດ້ວຍເນື້ອໃນ: ຈັດຕັ້ງປະຕິບັດ ແລະຜັນຂະຫຍາຍເນື້ອໃນບົດບັນທຶກຊ່ວຍຈໍາທີ່ໄດ້ລົງນາມລະຫວ່າງອົງການໄອຍະການປະຊາຊົນ 2 ແຂວງ ແທັງຮ໊ວາ - ຫົວພັນ ປີ 2009, ປີ 2013 ຢູ່ເທດສະບານເມືອງ ຊໍາເໜືອ; ປີ 2015 ຢູ່ນະຄອນແທັງຮ໊ວາ ແລະປີ 2017 ຢູ່ເທດສະບານເມືອງ ຊໍາເໜືອ, ແຂວງຫົວພັນ.

leftcenterrightdel
ອົງການໄອຍະການປະຊາຊົນແຂວງແທັງຮ໊ວາ ມອບຂອງຂວັນໃຫ້ແກ່ອົງການໄອຍະການປະຊາຊົນແຂວງຫົວພັນ. ພາບ: baovephapluat.vn.

ສິ້ນສຸດກອງປະຊຸມ, ທ່ານ ໂດ໊ວັນເຟືອງ ໄດ້ຕີລາຄາສູງຕໍ່ຄວາມຮັບຜິດຊອບຂອງອົງການໄອຍະການປະຊາຊົນແຂວງຫົວພັນ ໃນການສົມທົບກັນປົກປັກຮັກສາຄວາມໝັ້ນຄົງ - ການເມືອງຢູ່ເຂດຊາຍແດນໃນຊຸມປີຜ່ານມາ...

 

ໂດຍ: ໄຊຊະນະ