leftcenterrightdel
ການນໍາສອງແຂວງເຊີນລາ-ຫົວພັນ ຕັດແຖບຜ້າເປີດສະຫຼອງຄູ່ດ່ານຊາຍແດນສໍາຮອງ. ພາບ: ວີ່ຮ້ຽນ.

ພິທີເປີດຄູ່ດ່ານຊາຍແດນເນິ້ມແລ້ງ ແລະເມືອງເປີ ມີຄວາມໝາຍສໍາຄັນຕໍ່ກັບສອງເມືອງສົບກົບ-ເມືອງຊ່ອນ ໃນການສ້າງເງື່ອນໄຂສະດວກໃຫ້ປະຊາຊົນສອງປະເທດໄດ້ໄປມາຫາສູ່, ແລກປ່ຽນສິນຄ້າຢ່າງສະດວກກວ່າອີກ. ພ້ອມທັງເພີ່ມທະວີມູນເຊື້ອສາມັກຄີ, ການພົວພັນມິດຕະພາບລະຫວ່າງສອງປະເທດຫວຽດນາມ-ລາວ ເວົ້າລວມ ແລະແຂວງເຊີນລາ-ຫົວພັນ ເວົ້າສະເພາະນັບມື້ນັບພັດທະນາຕາມລວງເລິກ ແລະນັບມື້ນັບໝັ້ນແກ່ນ.

ກ່າວຄໍາເຫັນທີ່ພິທີເປີດ, ທ່ານ ຮວ່າງວັນເຈິດ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງເຊີນລາ ເນັ້ນໜັກວ່າ, ໃນໄລຍະຜ່ານມາ, ອົງຄະນະພັກ, ອໍານາດການປົກຄອງປະຊາຊົນສອງແຂວງ ເຊີນລາ-ຫົວພັນ ໄດ້ເສີມຂະຫຍາຍບັນດາແຜນການຮ່ວມມື, ພັດທະນາຮອບດ້ານໃນທຸກຂົງເຂດກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ, ການພົວພັນຕ່າງປະເທດ ແລະປັບປຸງລະບົບການເມືອງ, ປະກອບສ່ວນສ້າງເຂດຊາຍແດນສອງປະເທດໃຫ້ເຂັ້ມແຂງ ແລະພັດທະນາຢ່າງຮອບດ້ານ.

leftcenterrightdel
ການນໍາສອງແຂວງພ້ອມກັບຄະນະປະຕິບັດງານຢ້ຽມຊົມບັນດາຮ້ານວາງສະແດງຜະລິດຕະພັນກະສິກໍາຂອງສອງແຂວງ. ພາບ: ວີ່ຮ້ຽນ.

ທ່ານ ຮວ່າງວັນເຈິດ ສະເໜີວ່າສອງແຂວງຄວນສືບຕໍ່ເອົາໃຈໃສ່ໃນການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ສ້າງນະໂຍບາຍຢ່າງເໝາະສົມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການປົກປັກຮັກສາອະທິປະໄຕຄວາມສະຫງົບຊາຍແດນແຫ່ງຊາດ ແລະພັດທະນາເສດຖະກິດ-ສັງຄົມ.

ຕາງໜ້າອົງຄະນະພັກ, ອໍານາດການປົກຄອງແຂວງຫົວພັນ, ທ່ານ ວັນໄຊ ແພງຊຸມມາ ເລຂາພັກແຂວງ, ເຈົ້າແຂວງໆຫົວພັນ ຢັ້ງຢືນວ່າ, ພິທີເປີດຄູ່ດ່ານຊາຍແດນຄັ້ງນີ້ຈະສ້າງເງື່ອນໄຂສະດວກໃຫ້ປະຊາຊົນສອງຝ່າຍຊາຍແດນໄດ້ໄປມາຫາສູ່, ແລກປ່ຽນສິນຄ້າ; ພ້ອມທັງ, ເພີ່ມພູນຄູນສ້າງມູນເຊື້ອສາມັກຄີ, ມິດຕະພາບລະຫວ່າງຫວຽດນາມ-ລາວ ເວົ້າລວມ ແລະແຂວງຫົວພັນ-ເຊີນລາ ເວົ້າສະເພາະໃຫ້ນັບມື້ນັບພັດທະນາ…

ໂດຍ: ຈາງຫງວຽນ