ຕອນເຊົ້າວັນທີ 20 ມິຖຸນາ, ທ່ານ ຫງວຽນຈິຢູງ ໄດ້ມີການເຮັດວຽກກັບທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ. ທີ່ການເຮັດວຽກ, ທ່ານ ວັນໄຊ ແພງຊຸມມາ ໃຫ້ຮູ້ວ່າ, ປະຈຸບັນຫວຽດນາມ ພວມໜູນຊ່ວຍແຂວງຫົວພັນ 11 ໂຄງການ. ທ່ານ ວັນໄຊ ແພງຊຸມມາ ກໍ່ສະແດງຄວາມປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍຈາກຝ່າຍຫວຽດນາມ ເພື່ອໃຫ້ແຂວງຫົວພັນ ສາມາດຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ.

leftcenterrightdel
ທ່ານ ຫງວຽນຈິຢູງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ເຮັດວຽກກັບທ່ານວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ. ພາບ: baodautu.vn.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ຫງວຽນຈິຢູງ ໄດ້ສະເໜີແຂວງຫົວພັນ ສືບຕໍ່ຮັກສາການພົວພັນອັນດີງາມກັບບັນດາແຂວງຊາຍແດນຕິດກັບແຂວງຫົວພັນ ກໍ່ຄືບັນດາແຂວງແຮກສ່ຽວ, ເຮັດແນວໃດເພື່ອຊຸກຍູ້ການຮ່ວມມືກວ່າອີກ, ບໍ່ພຽງແຕ່ໃນການພັດທະນາບັນດາໂຄງການໜູນຊ່ວຍເທົ່ານັ້ນ, ຫາກຍັງແມ່ນພັດທະນາເສດຖະກິດ-ສັງຄົມເວົ້າລວມອີກດ້ວຍ.

leftcenterrightdel
ທ່ານ ຫງວຽນຈິຢູງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ລົງກວດກາຄວາມຄືບໜ້າຂອງໂຄງການກໍ່ສ້າງສະໜາມບິນໜອງຄ້າງ. ພາບ: baodautu.vn.
leftcenterrightdel
ທ່ານ ຫງວຽນຈິຢູງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ມອບເງິນຈໍານວນ 10.000 ໂດລາສະຫະລັດ ໃຫ້ແກ່ແຂວງຫົວພັນ. ພາບ: baodautu.vn.

ເມື່ອເຕື້ອງເຖິງບັນດາໂຄງການຮ່ວມມືລະຫວ່າງ ຫວຽດນາມ-ລາວ ໃນບໍລິເວນແຂວງຫົວພັນ, ທ່ານ ຫງວຽນຈິຢູງ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໂຄງການສູນໜູນຊ່ວຍດ້ານເຕັກນິກກະສິກໍາຫົວພັນ ໄດ້ກໍ່ສ້າງສໍາເລັດແລ້ວ ແລະດໍາເນີນການເຄື່ອນໄຫວແລ້ວ. ໃນຂະນະນັ້ນ,  ທ່ານ ຫງວຽນຈິຢູງ ກໍ່ຖືວ່າຄວນສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຍູ້ໄວຄວາມຄືບໜ້າກໍ່ສ້າງສອງໂຄງການ ນັ້ນແມ່ນໂຮງໝໍມິດຕະພາບຫວຽດນາມ-ລາວ ແລະສະໜາມບິນໜອງຄ້າງ.

ໂດຍ: ທູຈາງ