ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ຫງວຽນແທັງລອງ ໄດ້ສະແດງຄວາມເຊື່ອໝັ້ນວ່າ, ການຢ້ຽມຢາມ ແລະເຮັດວຽກຄັ້ງນີ້ຂອງຄະນະຈະປະສົບຜົນສໍາເລັດທີ່ຈົບງາມ, ປະກອບສ່ວນເຂົ້າການປັບປຸງ ແລະເພີ່ມທະວີສາຍພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລາວ-ຫວຽດນາມ, ກໍ່ຄືສາຍພົວພັນຮ່ວມມືລະຫວ່າງສອງຄະນະໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ທູຮັ່ງ.

ທີ່ການຕ້ອນຮັບ, ສອງຝ່າຍໄດ້ແລກປ່ຽນບາງເນື້ອໃນ ແລະມາດຕະການຕ່າງໆເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງຄະນະໃນໄລຍະຈະມາເຖິງຄື: ສືບຕໍ່ຈັດຕັ້ງການປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງສອງຄະນະໃນຊຸມປີຜ່ານມາ, ຍູ້ແຮງການຮ່ວມມືດ້ານວຽກງານໂຄສະນາ; ການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຢີ; ການສົມທົບກັນໃນວຽກງານກໍ່ສ້າງ, ຝຶກອົບຮົມໃຫ້ພະນັກງານ; ການສົມທົບກັນເກັບຮັກສາເອກະສານ ເພື່ອເພີ່ມຕື່ມ, ເຮັດໃຫ້ກິດຈະການປະຫວັດສາດສາຍພົວພັນຫວຽດນາມ-ລາວ, ລາວ-ຫວຽດນາມ ອຸດົມສົມບູນຕື່ມອີກ.

ສອງຝ່າຍກໍ່ເຫັນດີເປັນເອກະພາບ, ຄວນເພີ່ມທະວີວຽກງານໂຄສະນາ, ສຶກສາອົບຮົມຢ່າງເລິກເຊິ່ງ, ກວ້າງຂວາງໃນໝູ່ພະນັກງານ, ສະມາຊິກພັກ, ປະຊາຊົນທຸກຊັ້ນວັນນະ, ເປັນຕົ້ນແມ່ນລຸ້ນໜຸ່ມສອງປະເທດກ່ຽວກັບມູນເຊື້ອສາຍພົວພັນອັນດີງາມລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດກໍ່ຄືຜົນງານປ່ຽນແປງໃໝ່ຂອງແຕ່ລະປະເທດ.

 

ໂດຍ: ເກື່ອງດັ້ງ