ໃນຕອນເຊົ້າວັນທີ 20 ມິຖຸນາ, ຄະນະປະຕິບັດງານກະຊວງປ້ອງກັນປະເທດລາວ ນໍາໂດຍທ່ານພັນເອກ ຄຳຍໍ ລິນຊົມພູ ຫົວໜ້າການທະຫານກອງພົນທີ 4 ໄດ້ມາຢ້ຽມຢາມ ແລະເຮັດວຽກກັບກອງບັນຊາການທະຫານແຂວງເງະອານ.

ທີ່ການເຮັດວຽກ, ກອງບັນຊາການທະຫານແຂວງເງະອານ ໄດ້ລາຍງານກັບຄະນະປະຕິບັດງານກະຊວງປ້ອງກັນປະເທດລາວ ບາງຈຸດຕົ້ນຕໍກ່ຽວກັບຈຸດພິເສດຂອງພູມີປະເທດ, ປະຫວັດສາດ, ວັດທະນະທໍາແຂວງເງະອານ. ສະພາບການພັດທະນາເສດຖະກິດ-ສັງຄົມໃນບໍລິເວນແຂວງ ໃນ 6 ເດືອນຕົ້ນປີ.

leftcenterrightdel
ຄະນະປະຕິບັດງານກະຊວງປ້ອງກັນປະເທດລາວ ມອບຂອງຂວັນທີ່ລະນຶກໃຫ້ກອງບັນຊາການທະຫານແຂວງເງະອານ. ພາບ: Baonghean.vn

ກອງບັນຊາການທະຫານແຂວງເງະອານ ໄດ້ປະຕິບັດວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ, ຈັດຕັ້ງສໍາເລັດຊຸດຝຶກອົບຮົມບໍາລຸງຄວາມຮູ້ດ້ານການທະຫານ, ການປ້ອງກັນຊາດໃຫ້ແກ່ພະນັກງານກອງບັນຊາການທະຫານແຂວງຊຽງຂວາງ. ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ ແລະກໍາລັງເປັນເສນາທິການໃນການປະກາດໃຊ້ແຜນຮ່າງ “ໜູນຊ່ວຍ, ຊ່ວຍເຫຼືອ 7 ກອງຮ້ອຍທະຫານຊາຍແດນສັງກັດ 3 ແຂວງຕິດກັບຊາຍແດນ, ສປປ ລາວ”…

ທີ່ການເຮັດວຽກ, ຄະນະປະຕິບັດງານກະຊວງປ້ອງກັນປະເທດລາວ ແລະກອງບັນຊາການທະຫານແຂວງເງະອານ ໄດ້ແລກປ່ຽນ, ເຫັນດີເປັນເອກະພາບບາງເນື້ອໃນ, ວິທີການສົມທົບກັນເຄື່ອນໄຫວໃນໄລຍະຈະມາເຖິງ.

leftcenterrightdel
ຄະນະປະຕິບັດງານກະຊວງປ້ອງກັນປະເທດລາວ ຖ່າຍຮູບເປັນທີ່ລະນຶກກັບກອງບັນຊາການທະຫານແຂວງເງະອານ. ພາບ: Baonghean.vn

ທ່ານພັນເອກ ຄຳຍໍ ລິນຊົມພູ ຕາງໜ້າຄະນະປະຕິບັດງານກະຊວງປ້ອງກັນປະເທດລາວ ຫວັງວ່າຜ່ານການຢ້ຽມຢາມຂອງຄະນະປະຕິບັດງານ ແລະບັນດາເນື້ອໃນສົມທົບກັນເຄື່ອນໄຫວທີ່ໄດ້ເຫັນດີເປັນເອກະພາບກັບກອງບັນຊາການທະຫານແຂວງເງະອານ ຈະສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ຈາງຫງວຽນ