ກ່າວຄໍາເຫັນທີ່ການພົບປະເຈລະຈາ, ທ່ານ ຫງວຽນງອັກຫວຽດ, ເລຂາຄະນະບໍລິຫານງານຊາວໜຸ່ມນະຄອນ, ປະທານສະຫະພັນຊາວໜຸ່ມຫວຽດນາມ ນະຄອນຮ່າໂນ້ຍ ຢັ້ງຢືນວ່າ: “ໃນຊຸມປີຜ່ານມາ, ໄວໜຸ່ມສອງນະຄອນຫຼວງຮ່າໂນ້ຍ, ວຽງຈັນ ໄດ້ສືບທອດມູນເຊື້ອອັນດີງາມຂອງຄົນຮຸ່ນກ່ອນທີ່ໄດ້ກໍ່ສ້າງ ແລະປົກປັກຮັກສາ. ເສີມຂະຫຍາຍມູນເຊື້ອສັດຊື່ບໍລິສຸດ, ສອງຝ່າຍໄດ້ລົງນາມໃນການຮ່ວມມືມາເປັນເວລາຫຼາຍກວ່າ 20 ປີ ເພື່ອຈັດຕັ້ງບັນດາລາຍການ, ກິດຈະກໍາທີ່ມີຄວາມໝາຍ. ພວກຂ້າພະເຈົ້າປາດຖະໜາວ່າບັນດານໍ້າໃຈນີ້ຈະນັບມື້ນັບເລິກເຊິ່ງ ແລະມີການສົມທົບກັນຢ່າງແໜ້ນແຟ້ນກວ່າອີກ”.

leftcenterrightdel
ທ່ານ ຫງວຽນງອັກຫວຽດ ກ່າວຄໍາເຫັນທີ່ການພົບປະເຈລະຈາ. ພາບ: tuoitrethudo.com.vn.
leftcenterrightdel
ທ່ານນາງ ສຸມາລີ ທໍາມະວົງ ກ່າວຄໍາເຫັນທີ່ການພົບປະເຈລະຈາ. ພາບ: tuoitrethudo.com.vn.

ທ່ານນາງ ສຸມາລີ ທໍາມະວົງ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ໄດ້ລາຍງານບາງຈຸດພົ້ນເດັ່ນຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ທີ່ຜັນຂະຫຍາຍໃນໄລຍະຜ່ານມາ, ຄື: ເລື່ອງປະຕິບັດມະຕິກອງປະຊຸມໃຫຍ່ຊາວໜຸ່ມຂອງນະຄອນຫຼວງວຽງຈັນ; ຊີ້ນໍາຂັ້ນເມືອງຈັດຕັ້ງກອງປະຊຸມໃຫຍ່ຊາວໜຸ່ມທຸກຂັ້ນ...

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: tuoitrethudo.com.vn.

ທ່ານນາງ ສຸມາລີ ທໍາມະວົງ ສະເໜີວ່າ, ຄະນະຊາວໜຸ່ມສອງ ນະຄອນຫຼວງສືບຕໍ່ແລກປ່ຽນຄະນະຜູ້ແທນແຕ່ 7-9 ຄົນ ມາຢ້ຽມຢາມ, ພົບປະແລກປ່ຽນ, ແລກປ່ຽນບົດຮຽນດ້ານວຽກງານຊາວໜຸ່ມ ແລະຂະບວນການເຍົາວະຊົນອະນຸຊົນປະຈໍາປີ. ຄະນະບໍລິຫານງານຊາວໜຸ່ມນະຄອນຮ່າໂນ້ຍ ສືບຕໍ່ເປີດຊຸດກໍ່ສ້າງພະນັກງານຮັບຜິດຊອບວຽກງານເຍົາວະຊົນອະນຸຊົນໃຫ້ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ລວມມີນັກສໍາມະນາກອນ 20 ຄົນ, ບຳລຸງສ້າງທັກສະໃຫ້ພະນັກງານຊາວໜຸ່ມດ້ວຍຈໍານວນນັກສໍາມະນາກອນ 20 ຄົນ; ສືບຕໍ່ຈັດຕັ້ງບັນດາຄະນະອາສາສະໝັກຢູ່ລາວ.

leftcenterrightdel
ຜູ້ຕາງໜ້າຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ມອບຂອງຂວັນເປັນທີ່ລະນຶກໃຫ້ຄະນະບໍລິຫານງານຊາວໜຸ່ມນະຄອນຮ່າໂນ້ຍ. ພາບ: tuoitrethudo.com.vn.
leftcenterrightdel
ຜູ້ຕາງໜ້າຄະນະບໍລິຫານງານຊາວໜຸ່ມນະຄອນຮ່າໂນ້ຍ ມອບຂອງຂວັນເປັນທີ່ລະນຶກໃຫ້ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ. ພາບ: tuoitrethudo.com.vn.

ຄະນະບໍລິຫານງານຊາວໜຸ່ມນະຄອນຮ່າໂນ້ຍ ແລະຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ຈະພ້ອມກັນສ້າງເງື່ອນໄຂ ເພື່ອໃຫ້ບັນດາສະມາຄົມວິສາຫະກິດໜຸ່ມຮ່ວມທຸລະກິດ, ຮ່ວມສໍາພັນ, ລົງທຶນຮ່ວມມືພັດທະນາໃນທຸກໆຂົງເຂດ; ພົບປະແລກປ່ຽນເຍົາວະຊົນອະນຸຊົນ.

ຮັບຮູ້ບັນດາຂໍ້ສະເໜີຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ, ທ່ານ ຫງວຽນງອັກຫວຽດ ໃຫ້ຮູ້ວ່າ “9 ບັນຫາເຊິ່ງ ທ່ານນາງ ສຸມາລີ ທໍາມະວົງ ສະເໜີ, ພວກຂ້າພະເຈົ້າ ພ້ອມແລ້ວທີ່ຈະຮ່ວມເດີນທາງ, ໜູນຊ່ວຍຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ຢ່າງສຸດຈິດສຸດໃຈ”.

ໂດຍ: ທະນາພອນ