ທີ່ການເຮັດວຽກ, ທ່ານ ຫງວຽນຊວນຕ໋ຽນ ໄດ້ແຈ້ງໃຫ້ຄະນະປະຕິບັດງານຮັບຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ; ຄວາມສາມາດບົ່ມຊ້ອນ, ທ່າແຮງພັດທະນາການທ່ອງທ່ຽວ, ກະສິກໍາເຕັກໂນໂລຢີສູງ; ວຽກງານແຮກສ່ຽວກັບບັນດາແຂວງຂອງລາວ ໃນໄລຍະຜ່ານມາ.

ທ່ານ ຫງວຽນຊວນຕ໋ຽນ ຢັ້ງຢືນວ່າ, ນັບແຕ່ປີ 2008 ມາຮອດປະຈຸບັນ, ແຂວງເລິມດົ່ງ ແລະແຂວງຈໍາປາສັກ, ແຂວງບໍລິຄໍາໄຊ (ລາວ) ໄດ້ສົມທົບກັນປະຕິບັດການລົງທຶນພັດທະນາກະສິກໍາເຕັກໂນໂລຢີສູງ, ກໍ່ສ້າງໂຮງຮຽນຢ່າງມີປະສິດທິຜົນ... ທ່ານ ຫງວຽນຊວນຕ໋ຽນ ປາດຖະໜາວ່າ, ສອງຝ່າຍສືບຕໍ່ຍູ້ແຮງການຮ່ວມມືຢ່າງມີປະສິດທິຜົນໃນຫຼາຍຂົງເຂດ, ພ້ອມກັນຊຸກຍູ້ນໍ້າໃຈມິດຕະພາບລະຫວ່າງປະຊາຊົນບັນດາແຂວງຂອງລາວ ແລະແຂວງເລິມດົ່ງ ເວົ້າສະເພາະ ແລະຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາຢ່າງແຮງ, ຍືນຍົງເວົ້າລວມ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: nhandan.com.vn.

ທ່ານ ສິນລະວົງ ຄຸດໄພທູນ ຖືວ່າດ້ວຍຄວາມເອົາໃຈໃສ່, ການຊ່ວຍເຫຼືອຂອງແຂວງເລິມດົ່ງ ຕໍ່ແຂວງຈໍາປາສັກ, ແຂວງບໍລິຄໍາໄຊ ຂອງລາວ, ໄດ້ຍົກສູງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນເທື່ອລະກ້າວ; ພ້ອມທັງປະກອບສ່ວນຊຸກຍູ້ສາຍພົວພັນອັນດີງາມລະຫວ່າງບັນດາແຂວງ ແລະສອງປະເທດໃຫ້ນັບມື້ນັບພັດທະນາແບບຍືນຍົງ.

ໃນການປະຕິບັດງານຄັ້ງນີ້, ພ້ອມກັບການຢ້ຽມຢາມ, ສໍາຫຼວດບັນດາຮູບແບບພັດທະນາເສດຖະກິດ-ສັງຄົມທີ່ດີເດັ່ນ, ຄະນະປະຕິບັດງານນະຄອນຫຼວງວຽງຈັນ ຍັງປາດຖະໜາວ່າແຂວງເລິມດົ່ງ ສ້າງເງື່ອນໄຂ, ແບ່ງປັນບົດຮຽນກ່ຽວກັບການພັດທະນາກະສິກໍາເຕັກໂນໂລຢີສູງ, ວຽກງານວາງແຜນຜັງກໍ່ສ້າງຕົວເມືອງ... ; ໜູນຊ່ວຍການຖ່າຍທອດວິທະຍາສາດ-ເຕັກນິກ...

ໂດຍ: ກວຽດເຕິມ