ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ຟ້າມຫວູຮົ່ງ, ປະທານຄະນະກໍາມະການປະຊາຊົນແຂວງກຽນຢາງ ເນັ້ນໜັກວ່າ, ໃນປີ 2016, ແຂວງກຽນຢາງ ໄດ້ລົງນາມການຮ່ວມມືກັບແຂວງສາລະວັນ (ປະເທດລາວ) ໃນຂົງເຂດກະສິກໍາ. ນີ້ແມ່ນປະຖົມປັດໄຈຂອງການຮ່ວມມືລະຫວ່າງແຂວງກຽນຢາງ ກັບບັນດາແຂວງ, ນະຄອນຂອງລາວ.

ຕາມ ທ່ານ ຟ້າມຫວູຮົ່ງ ແລ້ວ, ເພື່ອໃຫ້ການທ່ອງທ່ຽວແຂວງກຽນຢາງ ແລະນະຄອນຫຼວງວຽງຈັນ ມີເງື່ອນໄຂຮ່ວມມືທີ່ດີກວ່າ, ອໍານາດການປົກຄອງສອງທ້ອງຖິ່ນ ຄວນຄົ້ນຄວ້າ, ສະເໜີ ແລະໜູນຊ່ວຍວິສາຫະກິດເປີດສາຍການບິນລະຫວ່າງນະຄອນຫຼວງວຽງຈັນ-ຝູ໊ກວັກ, ສ້າງກໍາລັງແຮງເພື່ອໃຫ້ການຮ່ວມມືພັດທະນາ.

leftcenterrightdel
ທ່ານ ຟ້າມຫວູຮົ່ງ, ປະທານຄະນະກໍາມະການປະຊາຊົນແຂວງກຽນຢາງ ມອບຂອງຂວັນທີ່ລະນຶກ ໃຫ້ແກ່ທ່ານ ສິນລະວົງ ຄຸດໄພທູນ, ເຈົ້າຄອງນະຄອນຫຼວງວຽງຈັນ. ພາບ: thoidai.com.vn.

ທ່ານ ສິນລະວົງ ຄຸດໄພທູນ ສະແດງຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອອັນສະໜິດຕິດພັນລະຫວ່າງອໍານາດການປົກຄອງ ແລະປະຊາຊົນສອງປະເທດຫວຽດນາມ-ລາວ. ພ້ອມທັງຊົມເຊີຍແຂວງກຽນຢາງ ບັນລຸໄດ້ບັນດາໝາກຜົນໃນການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ, ທ່ານ ສິນລະວົງ ຄຸດໄພທູນ ຖືວ່ານີ້ແມ່ນບົດຮຽນອັນລໍ້າຄ່າສໍາລັບນະຄອນຫຼວງວຽງຈັນ ໃນການພັດທະນາເສດຖະກິດ-ສັງຄົມ.

ທີ່ການເຮັດວຽກ, ຄະນະພະນັກງານແຂວງກຽນຢາງ ແລະຄະນະພະນັກງານນະຄອນຫຼວງວຽງຈັນ ໄດ້ມອບຂອງຂັນທີ່ລະນຶກໃຫ້ກັນ ເພື່ອຈົດຈໍາ ແລະຮັດແໜ້ນນໍ້າໃຈສາມັກຄີລະຫວ່າງສອງທ້ອງຖິ່ນຕື່ມອີກ.

ໂດຍ: ທູຈາງ