ຄະນະໄດ້ລົງຢ້ຽມຢາມຄອບຄົວທ້າວ ຫວໍແທັງເຊີນ (ຕາແສງ 14, ເມືອງ 3) ແລະທ່ານນາງ ເຢືອງທິກິມຢູງ (ຕາແສງ 5, ເມືອງ 3) ທີ່ພວມຮັບລ້ຽງນັກສຶກສາລາວ 4 ຄົນທີ່ກຳລັງຮຽນຢູ່ມະຫາວິທະຍາໄລແພດສາດຟ້າມງອັກແທກ.

leftcenterrightdel
ການນໍານະຄອນໂຮ່ຈີມິນ ຢ້ຽມຢາມ, ມອບຂອງຂວັນໃຫ້ຄອບຄົວທ່ານນາງ ເຢືອງທິກິມຢູງ. ພາບ: thanhuytphcm.vn.

ຕາງໜ້າຄະນະ, ທ່ານນາງ ຫວໍທິຢູງ ໄດ້ຢ້ຽມຢາມຖາມຂ່າວ 2 ຄອບຄົວ ແລະລະດົມກໍາລັງໃຈນັກສຶກສາລາວ ທີ່ພວມດໍາລົງຊີວິດພ້ອມກັບຄອບຄົວຊາວຫວຽດນາມ; ຂອບໃຈ 2 ຄອບຄົວທີ່ໄດ້ມີການກະທໍາຢ່າງແທດຈິງ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ. ທ່ານນາງ ຫວໍທິຢູງ ປາດຖະໜາວ່າ ຜ່ານການດໍາລົງຊີວິດພ້ອມກັບຄອບຄົວຊາວຫວຽດນາມ, ນັກສຶກສາລາວ ຈະສືບຕໍ່ເປັນຂົວເຊື່ອມຕໍ່ຢ່າງໝັ້ນຄົງ ຊ່ວຍເພີ່ມທະວີສາຍພົວພັນມິດຕະພາບຫວຽດນາມ-ລາວ ໃນອະນາຄົດ...

ປີ 2019, ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນເປີດເສັ້ນທາງໂຮ່ຈີມິນ ປະຫວັດສາດ, ນະຄອນໂຮ່ຈີມິນ ຜັນຂະຫຍາຍລາຍການ “ນັກສຶກສາລາວ ກັບຄອບຄົວຊາວຫວຽດນາມ” ຄືດັ່ງກິດຈະກຳທີ່ຕອບສະໜອງການສະເຫຼີມສະຫຼອງ, ສືບຕໍ່ຮັດແໜ້ນສາຍພົວພັນລະຫວ່າງປະຊາຊົນສອງປະເທດຕື່ມອີກ.

ໂດຍ: ທະນາພອນ