ໃນບັນຍາກາດແຫ່ງຄວາມສາມັກຄີມິດຕະພາບແບບພິເສດ, ຕາງໜ້າການນໍາແຂວງເຊີນລາ, ທ່ານ ຮວ່າງວັນເຈິດ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ຍິນດີຕ້ອນຮັບຄະນະປະຕິບັດງານແຂວງຫຼວງນໍ້າທາ ມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງເຊີນລາ. ທ່ານ ຮວ່າງວັນເຈິດ ກໍ່ແຈ້ງໃຫ້ຊາບຜົນງານພົ້ນເດັ່ນຈໍານວນໜຶ່ງໃນຂົງເຂດພັດທະນາເສດຖະກິດ, ພິເສດແມ່ນຜົນງານໃນຂົງເຂດກະສິກໍາ, ສົ່ງອອກຜະລິດຕະພັນກະເສດຂອງເຊີນລາ ໃນໄລຍະຜ່ານມາ. ທ່ານ ຮ່ວາງວັນເຈິດ ກໍ່ເຊີນຄະນະໄປຢ້ຽມຢາມບັນດາຮູບແບບພັດທະນາເສດຖະກິດຢູ່ເມືອງອຽນເຈົາ, ມາຍເຊີນ; ກໍ່ຄືແລກປ່ຽນບົດຮຽນໃນການຊີ້ນໍາ, ນໍາພາພັດທະນາເສດຖະກິດ, ເປັນຕົ້ນແມ່ນໃນຂົງເຂດກະສິກໍາ.

leftcenterrightdel
ຄະນະຜູ້ແທນຂັ້ນສູງແຂວງຫຼວງນໍ້າທາ (ສປປ.ລາວ) ເຂົ້າຢ້ຽມຂໍ່ານັບການນໍາແຂວງເຊີນລາ. ພາບ: baosonla.org.vn

ຕາງໜ້າຄະນະຜູ້ແທນຂັ້ນສູງແຂວງຫຼວງນໍ້າທາ, ທ່ານ ບຸນຍີ່ ແກ້ວຄູນເມືອງ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດຂອງບັນດາການນໍາແຂວງເຊີນລາ; ອວຍພອນບັນດາໝາກຜົນທີ່ບັນລຸໄດ້ໃນຂົງເຂດຕ່າງໆຂອງແຂວງ, ເປັນຕົ້ນແມ່ນໃນການເຄື່ອນໄຫວສົ່ງອອກຜະລິດຕະພັນກະເສດ. ທ່ານ ບຸນຍີ່ ແກ້ວຄູນເມືອງ ເຊື່ອໝັ້ນວ່າໃນໄລຍະຈະມາເຖິງ, ສອງແຂວງເຊີນລາ ແລະຫຼວງນໍ້າທາ ຈະສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືຮອບດ້ານໃນຂົງເຂດຕ່າງໆ, ຜ່ານນັ້ນປະກອບສ່ວນເພີ່ມພູນຄູນສ້າງຄວາມສາມັກຄີມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ ກວ່າອີກ.

ໂດຍ: ຈາງຫງວຽນ