ທີ່ກອງປະຊຸມ, 3 ກົມກອງໄດ້ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານແລກປ່ຽນສະພາບການ, ການສົມທົບກັນແກ້ໄຂບັນດາກໍລະນີເກີດຂຶ້ນທີ່ກ່ຽວຂ້ອງເຖິງສອງຝາກຊາຍແດນ; ວຽກງານຕໍ່ສູ້ຕ້ານ, ສະກັດກັ້ນບັນດາການເຄື່ອນໄຫວອາດຊະຍາກໍາ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມແລກປ່ຽນວຽກງານ. ພາບ: bienphong.com.vn.

3 ກົມກອງກໍ່ໄດ້ແລກປ່ຽນ, ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນສົມທົບກັນໃນໄລຍະຈະມາເຖິງ, ລວມມີ: ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ກໍາແໜ້ນສະພາບການເຄື່ອນໄຫວຂອງບັນດາອິດທິກໍາລັງປໍລະປັກທີ່ຫວັງຕ້ານ ແລະທໍາລາຍຄວາມໝັ້ນຄົງດ້ານການເມືອງຂອງແຕ່ລະປະເທດ ແລະນໍ້າໃຈສາມັກຄີມິດຕະພາບແບບພິເສດຫວຽດນາມ-ລາວ; ສະກັດກັ້ນສະພາບການອົບພະຍົບຢ່າງເສລີ, ປຸກລຸກການປູກພືດຢ່າງຜິດກົດໝາຍ.

ພິເສດ, ກໍາລັງເຈົ້າໜ້າທີ່ 3 ແຂວງ ໄດ້ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຕໍ່ສູ້ກັບອາດຊະຍາກໍາຢາເສບຕິດຂ້າມຊາດຢ່າງມີປະສິດທິຜົນ; ໂຄສະນາໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນປະຕິບັດສັນຍາ, ກົດລະບຽບກ່ຽວກັບຊາຍແດນຢ່າງເຂັ້ມງວດ ເພື່ອແນໃສ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ.

ໂດຍ: ທູຈາງ