ກອງບັນຊາການທະຫານແຂວງເງະອານ ຫາກໍ່ຈັດຕັ້ງພິທີເປີດຊຸດຝຶກອົບຮົມຄວາມຮູ້ດ້ານການທະຫານ-ການປ້ອງກັນຊາດທ້ອງຖິ່ນ, ແລກປ່ຽນບົດຮຽນໃຫ້ແກ່ພະນັກງານສັງກັດກອງບັນຊາການທະຫານແຂວງຊຽງຂວາງ, ປະເທດລາວ.

leftcenterrightdel
ທ່ານພັນເອກພິເສດ ເຈິ່ນວັນຮຸ່ງ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງເງະອານ ປາດຖະໜາວ່າບັນດາສໍາມະນາກອນຈະແກ້ໄຂຄວາມຫຍຸ້ງຍາກເພື່ອກໍາແໜ້ນຄວາມຮູ້. ພາບ: baonghean.vn.

ຊຸດຝຶກອົບຮົມຈະດໍາເນີນມາເປັນເວລາ 45 ວັນ. ໃນໄລຍະນີ້, ສໍາມະນາກອນ 40 ຄົນຈະແລກປ່ຽນບາງບົດຮຽນໃນວຽກງານເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນກ່ຽວກັບການວາງແຜນຜັງກໍ່ສ້າງທ່າຮົບເຂດປ້ອງກັນ; ແລກປ່ຽນບາງເນື້ອໃນຕົ້ນຕໍໃນການເຄື່ອນໄຫວວຽກງານພັກ, ວຽກງານການເມືອງຂອງອົງການກົມກອງ, ວຽກງານການສຶກສາດ້ານການເມືອງ, ຂົນຂວາຍປະຊາຊົນ, ໂຄສະນາ, ວຽກງານນະໂຍບາຍແນວຫຼັງກອງທັບ; ບາງບົດຮຽນໃນວຽກງານພະລາທິການ, ເຕັກນິກ. ໄປຢ້ຽມຢາມບັນດາຮູບແບບຂອງບັນດາກອງບັນຊາການທະຫານບັນດາເມືອງສັງກັດກອງບັນຊາການທະຫານແຂວງເງະອານ.

leftcenterrightdel
ບັນຍາກາດທີ່ພິທີເປີດຊຸດຝຶກອົບຮົມ. ພາບ: baonghean.vn.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານພັນເອກພິເສດ ເຈິ່ນວັນຮຸ່ງ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງເງະອານ ປາດຖະໜາວ່າບັນດາສໍາມະນາກອນ ຈະແກ້ໄຂຄວາມຫຍຸ້ງຍາກ, ພິເສດແມ່ນດ້ານພາສາ ເພື່ອກໍາແໜ້ນຄວາມຮູ້ໃນໄລຍະເວລາຝຶກອົບຮົມ; ພ້ອມທັງ, ໝູນໃຊ້ຢ່າງມີໄຫວພິບ, ມີຫົວຄິດປະດິດສ້າງໃນວິວັດການປະຕິບັດໜ້າທີ່ຢູ່ກົມກອງຂອງຕົນ.

ໂດຍ: ເຈິ່ນຮວ່ຽນ