ທີ່ການຕ້ອນຮັບ, ທ່ານ ດ່າວດຶກຕວ່ານ ຕີລາຄາສູງສາຍພົວພັນມິດຕະພາບລະຫວ່າງນະຄອນຫຼວງຮ່າໂນ້ຍ ແລະນະຄອນຫຼວງວຽງຈັນ, ພ້ອມທັງໃຫ້ຮູ້ວ່າ, ບັນດາອົງການຂອງນະຄອນ ຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາຄະນະປະຕິບັດງານຂອງ ລາວ ເວົ້າລວມ ແລະນະຄອນຫຼວງວຽງຈັນ ເວົ້າສະເພາະມາຢ້ຽມຢາມ ແລະເຮັດວຽກ, ຜ່ານນັ້ນສ້າງເງື່ອນໄຂສະດວກ ເພື່ອຊຸກຍູ້ບັນດາໂຄງການຮ່ວມມືລະຫວ່າງສອງຝ່າຍ.

leftcenterrightdel
ທ່ານ ດ່າວດຶກຕວ່ານ ຮອງເລຂາພັກນະຄອນຮ່າໂນ້ຍ ຕ້ອນຮັບຄະນະພະນັກງານຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ. ພາບ: ຮືວຕຽບ.

ທ່ານ ຈັນທະບູນ ລັດຕະນະວົງ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ກັບມາຢ້ຽມຢາມ ຫວຽດນາມ ອີກເທື່ອໜຶ່ງ ແລະໃຫ້ຮູ້ວ່າ, ຄະນະ ເຫັນວ່າບັນດາທ້ອງຖິ່ນຂອງຫວຽດນາມ ເວົ້າລວມ ແລະຮ່າໂນ້ຍ ເວົ້າສະເພາະ ພວມພັດທະນາຢ່າງແຮງ. ຕີລາຄາສູູງຮູບແບບການລ້ຽງງົວໂດຍກຸ່ມບໍລິສັດ Vinamilk ຂອງຫວຽດນາມ ສົ່ງເສີມຢູ່ ລາວ, ທ່ານ ຈັນທະບູນ ລັດຕະນະວົງ ໃຫ້ຮູ້ວ່າຈະຊີ້ນໍາແຂວງໄຊສົມບູນ, ເຊິ່ງແມ່ນທ້ອງຖິ່ນມີອາກາດດີທີ່ສຸດ, ດິນດອນທີ່ອຸດົມຮັ່ງມີ ແລະປະຊາຊົນມີມູນເຊື້ອກ່ຽວກັບການລ້ຽງສັດ, ຕັ້ງໜ້າກໍ່ສ້າງບັນດາໂຄງການຮ່ວມມືກັບນະຄອນຫຼວງຮ່າໂນ້ຍ ເພື່ອສ້າງຜົນສຳເລັດທີ່ຄ້າຍຄືກັນ. ທ່ານຍັງຢັ້ງຢືນວ່າ, ລາວ ຈະມີແຜນນະໂຍບາຍບຸລິມະສິດຕໍ່ກັບບັນດາໂຄງການສັງກັດກຸ່ມນີ້. ການຮ່ວມມືຄືດັ່ງກ່າວໄດ້ຮັບຄວາມມຸ່ງຫວັງວ່າຈະປະກອບສ່ວນຢ່າງແທດຈິງເຂົ້າໃນພາລະກິດພັດທະນາຂອງສອງຝ່າຍ.

ທ່ານ ດ່າວດຶກຕວ່ານ ຢັ້ງຢືນວ່າ, ກະສິກໍາຍາມໃດກໍ່ແມ່ນໜຶ່ງໃນບັນດາບຸລິມະສິດຂອງຮ່າໂນ້ຍ ໃນບັນດາໂຄງການຮ່ວມມືພັດທະນາກັບບັນດາທ້ອງຖິ່ນຂອງລາວ, ພິເສດແມ່ນກ່ຽວກັບການລ້ຽງສັດ ແລະປູກດອກໄມ້, ຕົ້ນໄມ້ກິນໝາກ.

ໂດຍ: ເກື່ອງດັ້ງ