ໃນເວລາ 1 ເດືອນ, ນັກສໍາມະນາກອນຊຸດຝຶກອົບຮົມໄດ້ຮຽນບັນດາເນື້ອໃນ ຄື: ທິດສະດີສ້າງຄູການທະຫານ, ວີທີການຝຶກແອບຍຸດທະວິທີ  ແລະວິທີການຝຶກແອບເຕັກນິກສູ້ຮົບໃຫ້ແກ່ທະຫານບົກ. ຊຸດຝຶກອົບຮົມໃນຄັ້ງນີ້ເພື່ອແນໃສ່ຍົກສູງລະດັບວິຊາການສ້າງຄູ, ວິທີຮຽບຮຽງຕຳລາ ແລະດຳເນີນການສິດສອນຕົວຈິງໃຫ້ແກ່ຄູອາຈານບັນດາໂຮງຮຽນນາຍສິບ, ປະກອບສ່ວນຍົກສູງຄຸນນະພາບການສຶກສາ-ກໍ່ສ້າງພະນັກງານ ໃຫ້ກອງທັບປະຊາຊົນລາວ, ພ້ອມທັງເພີ່ມທະວີຄວາມສາມັກຄີສະໜິດຕິດພັນແບບພິເສດລະຫວ່າງສອງປະເທດ, ສອງກອງທັບ ຫວຽດນາມ-ລາວ.

ໂດຍ: ທູຈາງ