ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິທູເຮື່ອງ, ຫົວໜ້າຄະນະໂຄສະນາສຶກສາແຂວງເງະອານ ໃຫ້ຮູ້ວ່າ:  ໂດຍປະຕິບັດຕາມແນວທາງແຜນນະໂຍບາຍຂອງພັກ, ລັດ ກ່ຽວກັບການປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານກັບ ສປປ ລາວ, ແຂວງເງະອານ ໄດ້ຮັກສາ, ພັດທະນາສາຍພົວພັນຮ່ວມມືໃນຫຼາຍຂົງເຂດກັບບັນດາແຂວງຂອງລາວ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: baonghean.vn.

ໃນໄລຍະຜ່ານມາ, ແຂວງເງະອານ ໄດ້ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນມິດຕະພາບຫຼາຍຢ່າງກັບບັນດາແຂວງຂອງປະເທດເພື່ອນມິດລາວ ຄື: ຈັດຕັ້ງການພົບປະແລກປ່ຽນ, ການພົບປະສັງສັນເນື່ອງໃນໂອກາດບຸນປີໃໝ່ລາວ, ລາຍການພານັກຮຽນໄປພົບປະແລກປ່ຽນກັບບັນດາຄອບຄົວຢູ່ບັນດາເຂດຊຸມຊົນ, ປະຕິບັດຂະບວນການແຮກສ່ຽວບັນດາເຂດຊຸມຊົນຢູ່ສອງຟາກຊາຍແດນ ຫວຽດນາມ-ລາວ ໃນບໍລິເວນແຂວງ, ຈັດສົ່ງບັນດາຄະນະໄປພົບປະ, ແລກປ່ຽນບົດຮຽນເປັນປະຈໍາປີ...

leftcenterrightdel
ບັນດານັກສໍາມະນາກອນລາວ ຢ້ຽມຊົມເຂດປູຊະນີຍະສະຖານລະດັບຊາດພິເສດກິມລຽນ (ເມືອງນາມດ່ານ, ແຂວງເງະອານ). ພາບ: baonghean.vn.

ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບວຽກງານຖະແຫຼງຂ່າວ, ໂຄສະນາການຕ່າງປະເທດ; ບົດຮຽນກ່ຽວກັບການອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອໃນການເຊື່ອມໂຍງເຂົ້າກັບສາກົນ; ຈັດຕັ້ງບັນດາຮູບການພົວພັນຕ່າງປະເທດປະຊາຊົນ ແລະບົດຮຽນໃນການຄຸ້ມຄອງການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນ; ບົດຮຽນໃນການໂຄສະນາມະຕິ, ຄໍາສັ່ງກ່ຽວກັບວຽກງານຖະແຫຼງຂ່າວການຕ່າງປະເທດ; ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນຂົງເຂດຖະແຫຼງຂ່າວການຕ່າງປະເທດ...

ໂດຍ: ກວຽດເຕິມ