ໃນຂອບເຂດການຢ້ຽມຢາມ, ຄະນະຜູ້ແທນສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ ໂດຍທ່ານ ເຈິ່ນວັນຕຸ໊ຍ, ປະທານສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ ນໍາໜ້າໄດ້ມີການພົບປະ ແລະເຮັດວຽກກັບຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ.

ພາຍຫຼັງການພົບປະ ແລະເຮັດວຽກ, ຕາງໜ້າລັດຖະບານລາວ, ທ່ານນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄດ້ປະດັບຫຼຽນໄຊມິດຕະພາບຂອງລັດຖະບານລາວ ໃຫ້ສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ ຍ້ອນມີຄຸນງາມຄວາມດີ, ມີຜົນງານອັນໃຫຍ່ຫຼວງເຂົ້າໃນການປະກອບສ່ວນສໍາຄັນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ.

leftcenterrightdel
ຕາງໜ້າສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ, ທ່ານ ເຈິ່ນວັນຕຸ໊ຍ ຂຶ້ນຮັບຫຼຽນໄຊມິດຕະພາບຂອງລັດຖະບານລາວ. ພາບ: ອານຍີ.

ທີ່ພິທີ, ທ່ານ ເຈິ່ນວັນຕຸ໊ຍ ໄດ້ສະແດງຄວາມຂອບອົກຂອບໃຈ ແລະຄວາມຮູ້ບຸນຄຸນຕໍ່ລັດຖະບານລາວ ທີ່ໄດ້ຮັບຮູ້, ຕີລາຄາສູງການປະກອບສ່ວນຂອງສະມາຄົມມິດຕະພາບຫວຽດນາມ-ລາວ; ເນັ້ນໜັກວ່າ, ຈະສືບຕໍ່ພ້ອມກັບສະມາຄົມມິດຕະພາບລາວ-ຫວຽດນາມ ປະກອບສ່ວນເຂົ້າໃນການພັດທະນາ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ ທີ່ປະທານໂຮ່ຈີມິນ ຜູ້ທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງ.

ໂດຍ: ທະນາພອນ