ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນຢູງ ຮອງປະທານຄະນະກໍາມະການປະຊາຊົນແຂວງເທື່ອທຽນ-ເຫ້ວ ຕີລາຄາວ່າ: ລາຍການວັນບຸນໄດ້ຮັບປະກັນເນື້ອໃນວັດທະນະທໍາທີ່ເປັນມູນເຊື້ອຂອງປະຊາຊົນບັນດາເຜົ່າ, ມີຄວາມໝາຍດ້ານການເມືອງ, ວັດທະນະທໍາ, ເຕັມໄປດ້ວຍນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງປະເທດ ຫວຽດນາມ-ລາວ, ສ້າງຄວາມປະທັບໃຈທີ່ດີງາມໃຫ້ປະຊາຊົນບັນດາເຜົ່າເຂດພາກກາງ-ໄຕງວຽນ ແລະນັກທ່ອງທ່ຽວທີ່ເຂົ້າຮ່ວມວັນບຸນເປັນຈໍານວນຫຼວງຫຼາຍ.

leftcenterrightdel
ການສະແດງຊຸດອາພອນ Zeng ຂອງຊາວເມືອງອາເຫຼືອຍ. ພາບ: ສໍານັກຂ່າວສານຫວຽດນາມ

ວັນບຸນໄດ້ດຶງດູດການເຂົ້າຮ່ວມຂອງສິລະປະກອນ, ນັກສິລະປິນ, ນັກສະແດງ, ນັກກິລາມະຫາຊົນບັນດາເຜົົ່າປະມານ 600 ຄົນທີ່ມາຈາກ 5 ແຂວງຊາຍແດນ ຫວຽດນາມ-ລາວ, ເຂດພາກກາງ-ໄຕງວຽນ ຄື: ເທື່ອທຽນ-ເຫ້ວ, ກວ້າງຈີ້, ກວ້າງນາມ, ກວ້າງຫງ້າຍ, ກອນຕູມ ແລະ 4 ແຂວງຂອງສປປ. ລາວ, ລວມມີ: ອັດຕະປື, ເຊກອງ, ສະຫວັນນະເຂດ, ສາລະວັນ. ວັນບຸນມີກິດຈະກໍາຕ່າງໆທີ່ອຸດົມສົມບູນ ຄື: ງານວາງສະແດງ, ແນະນໍາ, ໂຄສະນາຜະລິດຕະພັນວັດທະນະທໍາ ແລະທ່ອງທ່ຽວຂອງບັນດາທ້ອງຖິ່ນ; ງານມະໂຫລານສິລະປະມະຫາຊົນ; ການສະແດງຊຸດອາພອນປະຈຳເຜົ່າ; ບັນດາການເຄື່ອນໄຫວກິລາ-ກາຍຍະກໍາທີ່ເປັນມູນເຊື້ອຂອງປະເທດພ້ອມກັບການເຄື່ອນໄຫວທ່ອງທ່ຽວທີ່ດູດດື່ມຫຼາຍຢ່າງ.

leftcenterrightdel
ການນໍາກະຊວງວັດທະນະທໍາ, ກິລາ ແລະທ່ອງທຽວຫວຽດນາມ ມອບໃບຍ້ອງຍໍໃຫ້ບັນດາໝູ່ຄະນະທີ່ມີຜົນງານໃນການເຂົ້າຮ່ວມ, ຈັດຕັ້ງວັນບຸນ. ພາບ: ສໍານັກຂ່າວສານຫວຽດນາມ.

ວັນບຸນໄດ້ແນະນໍາ, ໂຄສະນາເຖິງເພື່ອນມິດທັງພາຍໃນ ແລະຕ່າງປະເທດກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງການພັດທະນາວັດທະນະທໍາ, ກິລາ, ທ່ອງທ່ຽວ ແລະມໍລະດົກວັດທະນະທໍາບັນດາເຜົ່າຢູ່ເຂດພາກກາງ-ໄຕງວຽນ ໃນກິດຈະການປ່ຽນແປງໃໝ່, ເຊື່ອມໂຍງ ແລະພັດທະນາ; ປະກອບສ່ວນຮັກສາ, ເສີມຂະຫຍາຍ, ເຊີດຊູສີສັນວັດທະນະທໍາບັນດາເຜົ່າ ແລະນໍ້າໃຈສາມັກຄີ, ມິດຕະພາບ ຫວຽດນາມ-ລາວ.

ໂດຍ: ຈາງຫງວຽນ