leftcenterrightdel
ການນໍາຕໍາຫຼວດແຂວງແທງຮວ໋າ ຕ້ອນຮັບຄະນະປະຕິບັດງານກອງບັນຊາການ ປກສ ແຂວງຫົວພັນ. ພາບ: baothanhhoa.vn.

ທີ່ການຕ້ອນຮັບ, ສະຫາຍ ພົນຈັດຕະວາ ຫງວຽນຫາຍຈູງ, ຮອງອໍານວຍການຕໍາຫຼວດແຂວງແທງຮວ໋າ ໄດ້ແຈ້ງໃຫ້ຄະນະປະຕິບັດງານກອງບັນຊາການ ປກສ ແຂວງຫົວພັນຮັບຊາບກ່ຽວກັບສະພາບການດ້ານເສດຖະກິດ, ສັງຄົມ, ປ້ອງກັນຊາດ, ຄວາມສະຫງົບຂອງແຂວງແທງຮວ໋າ ໃນໄລຍະຜ່ານມາ. ພ້ອມກັນນັ້ນກໍ່ໄດ້ຕີລາຄາສູງການພົວພັນຮ່ວມມືມິດຕະພາບລະຫວ່າງແຂວງແທງຮວ໋າ ແລະແຂວງຫົວພັນ ເວົ້າລວມ, ວຽກງານການປະສານງານລະຫວ່າງກໍາລັງຕໍາຫຼວດສອງແຂວງເວົ້າສະເພາະ.

ຕາງໜ້າໃຫ້ຄະນະປະຕິບັດງານກອງບັນຊາການ ປກສ ແຂວງຫົວພັນ, ທ່ານ ບົວເພັດ ບຸນມີໄຊ, ຮອງຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງການນໍາຕໍາຫຼວດແຂວງແທງຮວ໋າ. ທ່ານ ບົວເພັດ ບຸນມີໄຊ ປາດຖະໜາວ່າ ໃນໄລຍະຈະມາເຖິງການນໍາຕໍາຫຼວດແຂວງແທງຮວ໋າ ສືບຕໍ່ໃຫ້ຄວາມເອົາໃຈໃສ່ໃນການຊີ້ນໍາວຽກງານປະສານງານຂອງກໍາລັງຕໍາຫຼວດສອງແຂວງໃຫ້ນັບມື້ນັບເລິກເຊິ່ງ, ມີປະສິດທິຜົນກວ່າອີກ, ປະກອບສ່ວນໃນການເພີ່ມພູນຄູນສ້າງການພົວພັນ, ນໍ້າໃຈສາມັກຄີມິດຕະພາບລະຫວ່າງກໍາລັງຕໍາຫຼວດຂອງສອງແຂວງ.

leftcenterrightdel
ທ່ານ ຫງວຽນຫາຍຈູງ ໄດ້ມອບເງິນດ້ວຍຈໍານວນ 600 ລ້ານດົ່ງ ໄດ້ຫັກຈາກກອງທຶນນໍ້າໃຈເພື່ອນຮ່ວມກົມກອງໃຫ້ແກ່ກອງບັນຊາການ ປກສ ແຂວງຫົວພັນ. ພາບ: baothanhhoa.vn.

ເນື່ອງໃນໂອກາດນີ້, ທ່ານ ພົນຈັດຕະວາ ຫງວຽນຫາຍຈູງ ກໍ່ໄດ້ມອບເງິນດ້ວຍຈໍານວນ 600 ລ້ານດົ່ງ ໄດ້ຫັກຈາກກອງທຶນນໍ້າໃຈເພື່ອນຮ່ວມກົມກອງ ໃຫ້ແກ່ກອງບັນຊາການ ປກສ ແຂວງຫົວພັນ ເພື່ອກໍ່ສ້າງຫໍປະຊຸມມິດຕະພາບ.

ກວຽດເຕິມ