ດ້ວຍຈິດໃຈສາມັກຄີມິດຕະພາບແບບພິເສດ, ຫົວໜ້າຄະນະສອງທ່ານໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງສອງແຂວງໃນໄລຍະຜ່ານມາ.

leftcenterrightdel
ກອງບັນຊາການທະຫານຊາຍແດນແຂວງກວ໋າງບີ່ງ ແລະກອງບັນຊາການ ປກສ ແຂວງຄໍາມ່ວນ ລົງນາມໃນບົດບັນທຶກຊ່ວຍຈໍາການພົບປະເຈລະຈາ ຄັ້ງທີ XII. ພາບ: ຮວ່າຍນາມ.

ໂດຍປະຕິບັດບົດບັນທຶກຊ່ວຍຈໍາການພົບປະເຈລະຈາ ຄັ້ງທີ XI, ສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານ ແລະແຈ້ງໃຫ້ກັນຊາບກ່ຽວກັບການເຄື່ອນໄຫວຂອງເປົ້າໝາຍປະເພດຕ່າງໆຢ່າງທັນການ; ຕັ້ງໜ້າຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາປະເພດຕ່າງໆ, ພິເສດແມ່ນອາດຊະຍາກໍາຢາເສບຕິດ; ໂຄສະນາ, ສຶກສາປະຊາຊົນຍົກສູງຄວາມຮັບຮູ້ ແລະປະຕິບັດສັນຍາກ່ຽວກັບກົດລະບຽບຊາຍແດນລະຫວ່າງສອງປະເທດເປັນຢ່າງດີ...

leftcenterrightdel
ທ່ານພັນເອກພິເສດ ຫງວຽນວັນຖ້ຽນ, ຫົວໜ້າກອງບັນຊາການທະຫານຊາຍແດນແຂວງກວ໋າງບີ່ງ ມອບໃບຍ້ອງຍໍໃຫ້ບັນດາກໍາລັງຕໍ່ສູ້ມ້າງທຳລາຍຄະດີສະເພາະ 544 Lv ສຳເລັດຜົນ. ພາບ: ຮວ່າຍນາມ.

ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ ແລະແກ້ໄຂບັນດາຂໍ້ຈໍາກັດ, ສິ່ງທີ່ຍັງຄົງຄ້າງ, ສອງຝ່າຍໄດ້ເຫັນດີເປັນເອກະພາບລົງນາມໃນບົດບັນທຶກຊ່ວຍຈໍາການພົບປະເຈລະຈາ ຄັ້ງທີ XII ເພື່ອປະຕິບັດໃນໄລຍະຈະມາເຖິງ.

ໂອກາດນີ້, ການນໍາສອງກົມກອງໄດ້ມອບລາງວັນໃຫ້ບັນດາສ່ວນບຸກຄົນ ແລະໝູ່ຄະນະທີ່ມີຜົນງານໃນການສົມທົບກັນຕໍ່ສູ້ມ້າງທຳລາຍຄະດີສະເພາະ 544 Lv ສໍາເລັດຜົນ ຈັບຕົວ 4 ຄົນ, ເກັບເອົາຢາເສບຕິດປະສົມ 110.000 ເມັດ.

ໂດຍ: ເຈິ່ນຮວ່ຽນ