ໃນໄລຍະເຮັດວຽກຢູ່ລາວ, ຄະນະຜູ້ແທນກະຊວງຄົມມະນາຄົມ ແລະຂົນສ່ົງຫວຽດນາມ ໄດ້ມີການເຮັດວຽກກັບຄະນະຜູ້ແທນກະຊວງໂຍທາທິການ ແລະຂົນສ່ົງລາວ ໂດຍທ່ານ ວຽງສະຫວັດ ສີພັນດອນ ເປັນຫົວໜ້າຄະນະ.

ທີ່ການເຮັດວຽກ, ທ່ານ ເລດິ່ງຖໍ້ ໃຫ້ຂໍ້ສັງເກດວ່າ, ໃນໄລຍະຜ່ານມາສອງກະຊວງໄດ້ມີການຮ່ວມມືຢ່າງແໜ້ນແຟ້ນໃນຫຼາຍຂົງເຂດ, ປາດຖະໜາວ່າໃນໄລຍະຈະມາເຖິງ ຈະມີຫຼາຍໂຄງການຮ່ວມມືໃນຂົງເຂດຄົມມະນາຄົມຂົນສົ່ງ ໄດ້ຮັບການຜັນຂະຫຍາຍ, ປະກອບສ່ວນຢັ້ງຢືນສາຍພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດເວົ້າລວມ ແລະສອງກະຊວງເວົ້າສະເພາະ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: mt.gov.vn.

ເພື່ອແນໃສ່ເພີ່ມທະວີການພົວພັນໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນສໍາຄັນ ຄື: ຄໍາໝັ້ນສັນຍາສົມທົບກັນຜັນຂະຫຍາຍບັນດາສັນຍາ, ຂໍ້ຕົກລົງສອງຝ່າຍ ແລະຫຼາຍຝ່າຍ, ເຫັນດີເປັນເອກະພາບຕໍ່ວິທີການຜັນຂະຫຍາຍກໍ່ສ້າງທາງດ່ວນ  ຮ່າໂນ້ຍ-ວຽງຈັນ ແລະສະເໜີຝ່າຍຍີ່ປຸ່ນ ໜູນຊ່ວຍສ້າງບົດລາຍງານຄົ້ນຄວ້າຄວາມເປັນໄປໄດ້ຂອງໂຄງການ; ແລກປ່ຽນ ແລະປະກອບຄໍາເຫັນໃສ່ບົດລາຍງານຍົກລະດັບເສັ້ນທາງຫຼວງ 18B, ແຂວງອັດຕະປື; ສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດສໍາເລັດ ແລະຮຽກຮ້ອງແຫຼ່ງເງິນທຶນປະຕິບັດໂຄງການເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ-ມຸຢະ-ເຕິນເອິບ-ຫວູງອ໊າງ...

ໂດຍ: ທູຈາງ