ທີ່ການຕ້ອນຮັບ, ທ່ານ ອາລຸນໄຊ ສູນນະລາດ ແຈ້ງໃຫ້ທ່ານ ຫວໍວັນເຖືອງ ຮັບຊາບກ່ຽວກັບສະພາບການຂອງລາວ ແລະການເຄື່ອນໄຫວຂອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໃນໄລຍະມໍ່ໆມານີ້. ທ່ານ ອາລຸນໄຊ ສູນນະລາດ ຢັ້ງຢືນວ່າ, ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ເພື່ອສືບທອດການພົວພັນມິດຕະພາບທີ່ເປັນມູນເຊື້ອ, ປະຕິບັດການຊີ້ນໍາຂອງການນໍາສອງປະເທດເປັນຢ່າງດີ, ເພີ່ມທະວີການພົວພັນພົບປະແລກປ່ຽນ, ສຶກສາອົບຮົມໄວໜຸ່ມກ່ຽວກັບການພົວພັນຂອງສອງປະເທດ, ນໍາການຮ່ວມມືລະຫວ່າງຄະນະຊາວໜຸ່ມສອງປະເທດນັບມື້ນັບເຂົ້າສູ່ລວງເລິກ, ສືບຕໍ່ມີບັນດາການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນສອງປະເທດ ຫວຽດນາມ-ລາວ.

leftcenterrightdel
 
leftcenterrightdel
ທ່ານ ຫວໍວັນເຖືອງ  ຕ້ອນຮັບທ່ານ ອາລຸນໄຊ ສູນນະລາດ. ພາບ: tuoitre.vn.

ທ່ານ ຫວໍວັນເຖືອງ ຢັ້ງຢືນວ່າ ພັກ, ລັດຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເປັນພິເສດ ແລະສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ຊາວໜຸ່ມສອງປະເທດຫວຽດນາມ-ລາວ ມີໂອກາດພົບປະແລກປ່ຽນມິດຕະພາບ, ເພີ່ມທະວີຄວາມເຂົ້າໃຈ ແລະພ້ອມກັນພັດທະນາ. ທ່ານ ຫວໍວັນເຖື໋ອງ ສະເໜີຄະນະຊາວໜຸ່ມສອງປະເທດຍົກສູງຄຸນນະພາບ, ປະສິດທິຜົນບັນດາໂຄງການຮ່ວມມືທີ່ມີຢູ່ແລ້ວຢ່າງບໍ່ຢຸດຢັ້ງ, ພ້ອມທັງຊອກຫາ, ປະດິດຄິດສ້າງ, ເປີດກວ້າງບັນດາຂົງເຂດຮ່ວມມືໃໝ່, ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ; ຕີລາຄາສູງການເຄື່ອນໄຫວໃນຂອບເຂດພົບປະແລກປ່ຽນມິດຕະພາບລະຫວ່າງຊາວໜຸ່ມ ຫວຽດນາມ-ລາວ,  ມີຄວາມໝາຍສໍາຄັນໃນສະພາບການທີ່ຫວຽດນາມ ພວມຜັນຂະຫຍາຍບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງ 129 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ, 60 ປີແຫ່ງວັນເປີດເສັ້ນທາງໂຮ່ຈີມິນ...

ໂດຍ: ກວຽດເຕິມ