leftcenterrightdel
ຜູ້ຕາງໜ້າແຂວງກວາງນາມ ແລະເຊກອງ ລົງນາມໃນບົດບັນທຶກມອບ-ຮັບກິດຈະກໍາ. ພາບ: bienphong.com.vn.

ໂດຍໄດ້ຮູ້ວ່າ, ກິດຈະກໍາດັ່ງກ່າວເລີ່ມລົງມືກໍ່ສ້າງນັບແຕ່ເດືອນ ສິງຫາ 2018 ແລະກໍ່ສ້າງສໍາເລັດໃນເດືອນ ມີນາ 2019. ໂຄງການມີຄ່າໃຊ້ຈ່າຍທັງໝົດແມ່ນ 13 ຕື້ດົ່ງໂດຍທະຫານຊາຍແດນແຂວງກວາງນາມ ເປັນເຈົ້າຂອງລົງທຶນຈາກແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ ສະຫງວນໃຫ້ລັດຖະບານລາວ.

leftcenterrightdel
ກິດຈະກໍາເຮືອນຢູ່ໃຫ້ແກ່ພະນັກງານ, ນັກຮົບປ້ອມກວດກາປະສົມດ່ານຊາຍແດນດັກຕາອອກ (ປະເທດລາວ). ພາບ: bienphong.com.vn.

ການກໍ່ສ້າງ, ມອບ-ຮັບກິດຈະກໍາ ແມ່ນແຫຼ່ງກໍາລັງໜູນຊຸກຍູ້ໃຫ້ພະນັກງານ, ນັກຮົບປ້ອມກວດກາປະສົມດ່ານຊາຍແດນດັກຕາອອກ ສູ້ຊົນບືນຕົວຂຶ້ນປະຕິບັດສໍາເລັດໜ້າທີ່ການເມືອງເປັນຢ່າງດີ ແລະຕັ້ງໜ້າກວ່າອີກໃນການສົມທົບກັບກໍາລັງປົກປັກຮັກສາຊາຍແດນຂອງຫວຽດນາມ ຢູ່ດ່ານຊາຍແດນນາມຢາງ; ພ້ອມກັນປົກປັກຮັກສາອະທິປະໄຕເຂດຊາຍແດນສອງປະເທດຢ່າງໝັ້ນຄົງ; ປະກອບສ່ວນເຮັດໃຫ້ນໍ້າໃຈສາມັກຄີມິດຕະພາບແບບພິເສດ ຫວຽດນາມ-ລາວ ແລະສາຍພົວພັນຮ່ວມມືຮອບດ້ານລະຫວ່າງແຂວງກວາງນາມ-ເຊກອງ ເລິກເຊິ່ງກວ່າອີກ.

ໂດຍ: ທູຈາງ