ການຢ້ຽມຢາມຂອງຄະນະຜູ້ແທນເພື່ອແນໃສ່ຜັນຂະຫຍາຍໝາກຜົນການທາບທາມຄໍາເຫັນດ້ານການເມືອງປີ 2018 ລະຫວ່າງລັດຖະມົນການຕ່າງປະເທດຫວຽດນາມ ແລະລັດຖະມົນການຕ່າງປະເທດລາວ ແລະເພື່ອສືບຕໍ່ເພີ່ມທະວີການພົວພັນຮ່ວມມືຢ່າງແໜ້ນແຟ້ນລະຫວ່າງບັນດາຫົວໜ່ວຍຂອງສອງກະຊວງການຕ່າງປະເທດຫວຽດນາມ-ລາວ.

leftcenterrightdel
ທ່ານ ຫງວຽນກວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ ໂພໄຊ ໄຂຄຳພິທູນ ຫົວໜ້າຫ້ອງການກະຊວງການຕ່າງປະເທດລາວ. ພາບ: baoquocte.vn.

ທີ່ການຕ້ອນຮັບ, ທ່ານ ຫງວຽນກວກຢູງ ຊົມເຊີຍການເຄື່ອນໄຫວແລກປ່ຽນ, ພົບປະແລກປ່ຽນ ແລະແບ່ງປັນບົດຮຽນເຊິ່ງກັນ ແລະກັນລະຫວ່າງບັນດາຫົວໜ່ວຍຂອງສອງກະຊວງການຕ່າງປະເທດຫວຽດນາມ-ລາວ, ພິເສດແມ່ນລະຫວ່າງສອງຫ້ອງການກະຊວງການຕ່າງປະເທດ ແລະບັນດາພະນັກງານໜຸ່ມ, ເພື່ອສືບຕໍ່ສືບທອດມູນເຊື້ອຂອງນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ.

ທ່ານ ໂພໄຊ ໄຂຄຳພິທູນ ໄດ້ລາຍງານໃຫ້ທ່ານ ຫງວຽນກວກຢູງ ຮັບຊາບກ່ຽວກັບຜົນການເຮັດວຽກກັບຫ້ອງການກະຊວງການຕ່າງປະເທດຫວຽດນາມ ແລະບັນດາຫົວໜ່ວຍຂອງກະຊວງການຕ່າງປະເທດຫວຽດນາມ ແລະເນັ້ນໜັກວ່າ ການຢ້ຽມຢາມບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ການຮ່ວມມືລະຫວ່າງສອງຫ້ອງການກະຊວງການຕ່າງປະເທດຫວຽດນາມ-ລາວ.

ກ່ອນໜ້ານັ້ນ, ໃນຕອນບ່າຍວັນດຽວກັນ, ທີ່ເຮືອນຮັບແຂກລັດຖະບານ, ທ່ານ ດັ້ງຮວ່າງຢາງ ຫົວໜ້າຫ້ອງການກະຊວງການຕ່າງປະເທດຫວຽດນາມ ແລະການນໍາບັນດາຫົວໜ່ວຍຂອງກະຊວງການຕ່າງປະເທດຫວຽດນາມ ໄດ້ມີການເຮັດວຽກກັບຄະນະຜູ້ແທນຫ້ອງການກະຊວງການຕ່າງປະເທດລາວ.

leftcenterrightdel
ທ່ານ ດັ້ງຮວ່າງຢາງ ຫົວໜ້າຫ້ອງການກະຊວງການຕ່າງປະເທດຫວຽດນາມ ແລະການນໍາບັນດາຫົວໜ່ວຍຂອງກະຊວງການຕ່າງປະເທດຫວຽດນາມ ໄດ້ມີການເຮັດວຽກກັບຄະນະຜູ້ແທນຫ້ອງການກະຊວງການຕ່າງປະເທດລາວ. ພາບ: baoquocte.vn.

ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບການຜັນຂະຫຍາຍວຽກງານວິຊາສະເພາະຂອງຫ້ອງການສອງກະຊວງການຕ່າງປະເທດ, ສ້າງຂະແໜງການ, ກໍ່ສ້າງພະນັກງານ; ສະເໜີມາດຕະການເພື່ອເພີ່ມທະວີການຮ່ວມມືສົມທົບກັນລະຫວ່າງສອງກະຊວງການຕ່າງປະເທດກວ່າອີກ ແນໃສ່ປະກອບສ່ວນເຂົ້າໃນທ່າພັດທະນາຢ່າງແຮງຂອງການພົວພັນສອງປະເທດ.

ໂດຍ: ທະນາພອນ