leftcenterrightdel
ຄ້າຍທະຫານຊາຍແດນຈີເລ້ ໜູນຊ່ວຍກໍ່ສ້າງລະບົບສົ່ງນໍ້າປະປາຮັບໃຊ້ການດໍາເນີນຊີວິດໃຫ້ກອງຮ້ອຍຊາຍແດນ 217. ພາບ: bienphong.com.vn.

ໜ່ວຍປະຕິບັດງານທະຫານຊາຍແດນແດນດິນ ຫາກໍ່ໄດ້ຮັບການສ້າງຕັ້ງ; ເງື່ອນໄຂຂອງການດໍາເນີນຊີວິດ, ການປະຕິບັດວຽກງານຍັງຫຍຸ້ງຍາກ, ຂາດເຂີນຫຼາຍຢ່າງ, ພິເສດແມ່ນບໍ່ມີນໍ້າສະອາດໃຊ້. ການໜູນຊ່ວຍທັນການຂອງຄ້າຍທະຫານຊາຍແດນຈີເລ້ ຈະຊ່ວຍໃຫ້ກົມກອງຂອງເພື່ອນມີລະບົບສົ່ງນໍ້າສະອາດ, ປະກອບສ່ວນຊ່ວຍໃຫ້ພະນັກງານ, ນັກຮົບອຸ່ນອ່ຽນໃຈປະຕິບັດວຽກງານ, ປົກປັກຮັກສາສອງຟາກຊາຍແດນ ຫວຽດນາມ-ລາວ ໃຫ້ມີຄວາມສະຫງົບສຸກ.

ທ່ານພັນເອກ ຟ້າມແທັງມິນ ຫົວໜ້າຄ້າຍທະຫານຊາຍແດນຈີເລ້ ຖືວ່າ: ການເຄື່ອນໄຫວດັ່ງກ່າວເພື່ອແນໃສ່ຫັນເນື້ອໃນໂຄງການແຮກສ່ຽວລະຫວ່າງກົມກອງ ແລະກອງຮ້ອຍຊາຍແດນ 217 ເປັນລະອຽດ, ຊ່ວຍກົມກອງເພື່ອນມີລະບົບນໍ້າສະອາດເພື່ອມີຄວາມສະດວກໃນການດໍາເນີນຊີວິດ ແລະການປະຕິບັດວຽກງານ.

ໂດຍ: ຈາງຫງວຽນ