ຕອນບ່າຍວັນທີ 8 ພຶດສະພາ, ທີ່ນະຄອນຫຼວງວຽງຈັນ, ທ່ານ ບຸ່ຍເຈື່ອງຢາງ ນໍາໜ້າຄະນະຜູ້ແທນຄະນະໂຄສະນາສຶກສາສູນກາງພັກຄອມມູນິດຫວຽດນາມ ເຮັດວຽກກັບຄະນະຜູ້ແທນຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ ນໍາໂດຍທ່ານ ສີປະເສີດ ແສນສະຫວັດ, ຮອງຫົວໜ້າຄະນະໂຄສະນາອົບຮົມ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: nhandan.org.vn.

ທີ່ການເຮັດວຽກ, ທ່ານ ສີປະເສີດ ແສນສະຫວັດ, ຍິນດີຕ້ອນຮັບຄະນະຜູ້ແທນທີ່ມາຢ້ຽມຢາມ ແລະເຮັດວຽກຢູ່ ລາວ ຢ່າງສຸດໃຈ; ຢັ້ງຢືນວ່າ, ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສໍາຄັນ, ໄດ້ດໍາເນີນໃນຈຸດເວລາທີ່ທົ່ວພັກ, ທົ່ວກອງທັບ ແລະປະຊາຊົນລາວ ພວມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ, ແຜນການພັດທະນາເສດຖະກິດ-ສັງຄົມຫ້າປີຄັ້ງທີ VIII ຢ່າງແຮງ ເພື່ອບັນລຸບັນດາເປົ້າໝາຍທີ່ໄດ້ວາງອອກ, ຈັດຕັ້ງກອງປະຊຸມສາມຂັ້ນ ເພື່ອກະກຽມໃຫ້ການຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິິວັດລາວ ໃນປີ 2021.

ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນ, ແບ່ງປັນບົດຮຽນຕ່າງໆກ່ຽວກັບວຽກງານໂຄສະນາຕໍ່ສູ້ຂໍ້ມູນຂ່າວສານທີ່ບໍ່ດີ, ເປັນອັນຕະລາຍ; ບົດຮຽນກໍ່ສ້າງຖັນແຖວພະນັກງານເຮັດວຽກງານໂຄສະນາ, ພິເສດແມ່ນຜ່ານເຄືອຂ່າຍສັງຄົມອອນລາຍຂອງສອງພັກ, ສອງລັດ ແລະສອງຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ແລະຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ. ສອງຝ່າຍຖືວ່າ, ໃນວຽກງານໂຄສະນາ, ກໍານົດທິດຫາງສຽງ, ຕໍ່ສູ້ຂໍ້ມູນທີ່ຜິດພາດ, ເປັນປໍລະປັກທີ່ບັນລຸໄດ້ຜົນງານຈໍານວນໜຶ່ງ.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ບຸ່ຍເຈື່ອງຢາງ ຕີລາຄາສູງ ແລະຮັບຮູ້ບັນດາຄໍາຄິດເຫັນແບ່ງປັນ, ອັນລ້ໍາຄ່າໃນວຽກງານໂຄສະນາສຶກສາຂອງຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ, ທ່ານ ຍັງຖືວ່າບັນດາປະສົບການ, ບົດຮຽນໃນການແກ້ໄຂ, ຕໍ່ສູ້ປະຕິເສດບັນດາຂໍ້ມູນທີ່ຜິດພາດ, ເປັນປໍລະປັກຈະແມ່ນບັນດາຂໍ້ເຈາະຈິ້ີ້ມໃຫ້ບາງມາດຕະການທີ່ອາດຈະນຳມາໜູນໃຊ້ຢູ່ ຫວຽດນາມ ໄດ້.

ສິ້ນສຸດການເຮັດວຽກ, ສອງຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີວຽກງານໂຄສະນາ, ສຶກສາໃຫ້ແກ່ພະນັກງານ, ສະມາຊິກພັກ, ປະຊາຊົນທຸກຊັ້ນວັນນະຢ່າງເລິກເຊິ່ງກວ້າງຂວາງ, ເປັນຕົ້ນແມ່ນລຸ້ນໜຸ່ມສອງປະເທດກ່ຽວກັບສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ, ກໍ່ຄືບັນດາຜົນງານປ່ຽນແປງໃໝ່ຂອງສອງປະເທດ.

ໂດຍ: ເກື່ອງດັ້ງ