leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: baothanhhoa.vn.

leftcenterrightdel
ທ່ານ ຟ້າມແທັງເຊີນ, ຮອງປະທານຜູ້ປະຈໍາການສະພາປະຊາຊົນແຂວງແທັງຮວ໊າ ກ່າວຄໍາເຫັນຂໍ່ານັບຊົມເຊີຍ. ພາບ: baothanhhoa.vn.

ທີ່ການຕ້ອນຮັບ, ທ່ານ ຟ້າມແທັງເຊີນ ປາດຖະໜາວ່າ, ຜ່ານກອງປະຊຸມພົບປະແລກປ່ຽນບົດຮຽນການເຄື່ອນໄຫວລະຫວ່າງສະພາປະຊາຊົນສອງແຂວງແທັງຮວ໊າ ແລະຫົວພັນ ໃນຄັ້ງນີ້ຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງສອງແຂວງຕາມຈິດໃຈເນື້ອໃນຂໍ້ຕົກລົງຮ່ວມມືລະຫວ່າງສອງແຂວງປີ 2019 ທີ່ຫາກໍໄດ້ລົງນາມ ເພື່ອນໍາການພົວພັນແບບພິເສດລະຫວ່າງ ແທັງຮວ໊າ - ຫົວພັນ ຂຶ້ນສູ່ລະດັບສູງໃໝ່.

leftcenterrightdel
ທ່ານ ຄໍາວອນ ບຸນທະວົງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫົວພັນ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: baothanhhoa.vn.

ຕາງໜ້າຄະນະຜູ້ແທນສະພາປະຊາຊົນແຂວງຫົວພັນ, ທ່ານ ຄໍາວອນ ບຸນທະວົງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະຈິງໃຈຂອງສະພາປະຊາຊົນແຂວງແທັງຮວ໊າ, ພ້ອມທັງແນະນໍາກ່ຽວກັບບັນດາໝາກຜົນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຫົວພັນ; ການເຄື່ອນໄຫວຂອງສະພາປະຊາຊົນແຂວງຫົວພັນ ໃນປີ 2018 ແລະໄຕມາດທີ I – 2019.

ໂດຍ: ໄຊຊະນະ