leftcenterrightdel
ທ່ານ ຈີ້ງວັນຈ໊ຽນ ປະທານສະພາປະຊາຊົນແຂວງແທງຮວ໊າ ຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງຫົວພັນ. ພາບ: baothanhhoa.vn.

ທ່ານ ຈີ້ງວັນຈ໊ຽນ ຖືວ່າ, ຜ່ານລາຍການແລກປ່ຽນບົດຮຽນລະຫວ່າງສະພາປະຊາຊົນສອງແຂວງ, ຈະຮັດແໜ້ນອາລົມຈິດ ແລະສາຍພົວພັນທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດ, ການຮ່ວມມືສະໜິດຕິດພັນລະຫວ່າງສອງພັກ, ສອງປະເທດຫວຽດນາມ-ລາວ, ສອງແຂວງແທງຮວ໊າ-ຫົວພັນ ຈະສືບຕໍ່ໄດ້ຮັບການຮັກສາ ແລະພັດທະນາກວ່າອີກ ໃນໄລຍະຈະມາເຖິງ.

leftcenterrightdel
 
leftcenterrightdel
ເນື່ອງໃນໂອກາດນີ້, ທ່ານ ຈີ້ງວັນຈ໊ຽນ ແລະທ່ານ ຄໍາວອນ ບຸນທະວົງ ໄດ້ມອບບັນດາຂອງຂວັນທີ່ມີຄວາມໝາຍໃຫ້ກັນ. ພາບ: baothanhhoa.vn.

ຕາງໜ້າຄະນະຜູ້ແທນສະພາປະຊາຊົນແຂວງຫົວພັນ, ທ່ານ ຄໍາວອນ ບຸນທະວົງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງການນໍາ ແລະປະຊາຊົນແຂວງແທງຮວ໊າ, ຄວາມເອົາໃຈໃສ່, ໜູນຊ່ວຍຂອງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງແທງຮວ໊າ ສໍາລັບ ແຂວງຫົວພັນ ໃນໄລຍະຜ່ານມາ. ທ່ານຢັ້ງຢືນວ່າ, ການໜູນຊ່ວຍຈາກອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງແທງຮວ໊າ ໄດ້ເພີ່ມກໍາລັງແຮງຕື່ມອີກເພື່ອໃຫ້ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງຫົວພັນ ສືບຕໍ່ມານະພະຍາຍາມກໍ່ສ້າງ, ພັດທະນາເສດຖະກິດ-ສັງຄົມ, ຍົກສູງການດຳລົງຊີວິດ, ພ້ອມທັງຢັ້ງຢືນວ່າ ຜ່ານການຢ້ຽມຢາມ, ເຮັດວຽກຂອງການນໍາສອງແຂວງ,  ສາຍພົວພັນມິດຕະພາບລະຫວ່າງສອງແຂວງແທງຮວ໊າ ແລະແຂວງຫົວພັນ ໄດ້ ແລະກຳລັງຮັດແໜ້ນກວ່າອີກ. 

ໂດຍ: ເຈິ່ນຮວ່ຽນ