leftcenterrightdel
ບັນດາຜູ້ແທນສະແດງຄວາມເຄົາລົບນັບຖືຕໍ່ດວງວິນຍານປະທານໂຮ່ຈີມິນ. ພາບ: baonghean.vn.

ຄະນະປະຕິບັດງານໄດ້ສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອຕໍ່ປະທານໂຮ່ຈີມິນ, ຜູ້ນໍາທີ່ຍິ່ງໃຫຍ່ຂອງຊາດຫວຽດນາມ. ຕໍ່ດວງວິນຍານຂອງປະທານໂຮ່ຈີມິນ, ຄະນະປະຕິບັດງານກໍ່ໄດ້ຢັ້ງຢືນວ່າ, ຜ່ານເວລາເກືອບ 57 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສອງພັກ, ສອງລັດ, ສອງຊາດຍາມໃດກໍ່ສາມັກຄີ, ສະໜິດຕິດພັນຢ່າງແໜ້ນແຟ້ນ. ນໍ້າໃຈອ້າຍນ້ອງ ລາວ-ຫວຽດນາມ ທີ່ໄດ້, ພວມ ແລະຈະໄດ້ຮັບການເພີ່ມພູນຄູນສ້າງໃຫ້ຂຽວສົດງົດງາມຕະຫຼອດໄປຈາກປະຊາຊົນລຸ້ນຕ່າງໆຂອງສອງປະເທດ.

leftcenterrightdel
ຢູ່ບ້ານພໍ່ຂອງປະທານໂຮ່ຈີມິນ, ຄະນະປະຕິບັດງານ ໄດ້ຮັບຟັງບັນດາເລື່ອງລາວກ່ຽວກັບຊີວິດ ແລະຄາວເຍົາໄວຂອງເພິ່ນ. ພາບ: baonghean.vn.
leftcenterrightdel
ຄະນະປະຕິບັດງານ ໄປຢ້ຽມຢາມເຂດອະນຸສອນສະຖານປະທານໂຮ່ຈີມິນ ໂດຍ ສປປ ລາວ ມອບໃຫ້ເຂດປູຊະນີຍະສະຖານກິມລຽນ. ພາບ: baonghean.vn.

ຈາກນັ້ນ, ຄະນະປະຕິບັດງານ ກໍ່ໄດ້ໄປຢ້ຽມຢາມບ້ານພໍ່ຂອງປະທານໂຮ່ຈີມິນ ແລະເຂດອະນຸສອນສະຖານປະທານໂຮ່ຈີມິນ ໂດຍ ສປປ ລາວ ມອບໃຫ້ເຂດປູຊະນີຍະສະຖານກິມລຽນ.

ໂດຍ: ທູຈາງ