leftcenterrightdel
ທຸກຄົນນ່ັງອ້ອມຊໍ່ດອກໄມ້ໃຫຍ່ ເພື່ອຈັດພິທີຫົດນໍ້າ ແລະບາສີສູ່ຂວັນ. ພາບ: ບ໋າວທຽນ.

ເນື່ອງໃນໂອກາດບຸນປີໃໝ່ລາວ (ພສ. 2562), ວັນທີ 13 ເມສາ, ທີ່ແຂວງກວາງບີ່ງ, ໂຮງຮຽນກົດໝາຍຊັ້ນກາງດົ່ງເຮີ໊ຍ ໄດ້ຈັດຕັ້ງພິທີຕ້ອນຮັບປີໃໝ່ໃຫ້ນັກສຶກສາລາວ ພວມດໍາລົງຊີວີດ ແລະຮໍ່າຮຽນຢູ່ບໍລິເວນແຂວງກວ່າ 300 ຄົນ.

leftcenterrightdel
ການນໍາໂຮງຮຽນກົດໝາຍດົ່ງເຮີ໊ຍ ກ່າວຄໍາເຫັນອວຍພອນ ແລະມອບຂອງຂວັນໃຫ້ບັນດານັກສຶກສາລາວ. ພາບ: ບ໋າວທຽນ.

ຜ່ານລາຍການ, ບັນດາພິທີທີ່ເປັນມູນເຊື້ອຂອງບຸນປີໃໝ່ປະຈໍາຊາດຂອງລາວ ໄດ້ຮັບການກະກຽມ ແລະຈັດຕັ້ງຢ່າງສົມກຽດ. ພິເສດແມ່ນສອງພິທີຫົດນໍ້າ ແລະບາສີສູ່ຂວັນ, ນີ້ແມ່ນວັດທະນະທໍາທີ່ເປັນເອກະລັກສະເພາະຂອງປະເທດລາວ.

leftcenterrightdel
ພິທີບາສີສູ່ຂວັນ. ພາບ: ບ໋າວທຽນ.

ພາຍຫຼັງພິທີ, ແມ່ນລາຍການສະແດງສິລະປະດ້ວຍການຟ້ອນລໍາວົງທີ່ເປັນເອກະລັກສະເພາະໂດຍນັກສຶກສາລາວສະແດງ, ສ້າງບັນຍາກາດສະໜິດຕິດພັນ ແລະອົບອຸ່ນ. ໂຮງຮຽນກົດໝາຍຊັ້ນກາງດົ່ງເຮີ໊ຍ ແມ່ນໂຮງຮຽນທີ່ມີນັກສຶກສາລາວ ຮໍ່າຮຽນຫຼາຍທີ່ສຸດໃນບໍລິເວນແຂວງກວາງບີ່ງ, ດ້ວຍຈໍານວນນັກສຶກສາເກືອບ 300 ຄົນ.

 

ໂດຍ: ເກື່ອງດັ້ງ