ໃນບັນຍາກາດທີ່ຄຶກຄື້ນມ່ວນຊື່ນ ທ່ານ ຟ້າມບິ່ງມິງ ມອບດອກໄມ້ ແລະສົ່ງພອນໄຊອັນປະເສີດເຖິງທ່ານເອກອັກຄະລັດຖະທູດລາວ ທອງສະຫວັນ ພົມວິຫານ ພ້ອມດ້ວຍພະນັກງານ, ພາລະກອນສະຖານທູດລາວ ແລະຄອບຄົວໝົດທຸກຄົນເນື່ອງໃນໂອກາດຕ້ອນຮັບບຸນປີໃໝ່ປະຈໍາຊາດປີນີ້ຢູ່ ຫວຽດນາມ.

leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຟ້າມບິ່ງມິງ ໃຫ້ຮູ້ວ່າ, ຫວຽດນາມ ພວມຕັ້ງໜ້າຈັດຕັ້ງຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດ, ເພື່ອຊຸກຍູ້ສາຍພົວພັນ ຫວຽດນາມ-ລາວ ໃຫ້ນັບມື້ນັບເຂົ້າສູ່ແທດຈິງ ແລະມີປະສິດທິຜົນກວ່າ ແລະຫວັງວ່າສະຖານທູດລາວ ປະຈໍາ ຫວຽດນາມ ຈະມີຄວາມເອົາໃຈໃສ່, ຊຸກຍູ້ພ້ອມກັນ.

ທ່ານ ທອງສະຫວັນ ພົມວິຫານ ອວຍພອນບັນດາຜົນງານທີ່ສໍາຄັນ ເຊິ່ງຫວຽດນາມ  ບັນລຸໄດ້ໃນໄລຍະຜ່ານມາ ແລະສະແດງຄວາມໄວ້ເນື້ອເຊື່ອໃຈວ່າ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະຍາດໄດ້ຜົນງານໃໝ່ຫຼາຍຢ່າງ, ທີ່ຍິ່ງໃຫຍ່ກວ່າໃນວິວັດແຫ່ງການປ່ຽນແປງໃໝ່, ປະຕິບັດບັນດາເປົ້າໝາຍກອງປະຊຸມໃຫຍ່ຊຸດທີ XII ຂອງພັກ ທີ່ໄດ້ວາງອອກຢ່າງມີໄຊ.

ທ່ານ ທອງສະຫວັນ ພົມວິຫານ ຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງເຊິ່ງຫວຽດນາມ ໄດ້ສະຫງວນໃຫ້ລາວ ນັບແຕ່ກ່ອນມາຮອດປະຈຸບັນ ແລະໃຫ້ຮູ້ວ່າ ຈະສືບຕໍ່ຍູ້ແຮງ, ເພີ່ມທະວີການສຶກສາມູນເຊື້ອສາຍພົວພັນ ລາວ-ຫວຽດນາມ ສົມທົບກັບບັນດາເຫດການສະເຫຼີມສະຫຼອງລະຫວ່າງສອງປະເທດກວ່າອີກ, ໃນນັ້ນມີເຫດການສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກຫວຽດນາມ ໄປຊ່ວຍເຫຼືອລາວ ຄົບຮອບ 70 ປີ (30-10-1949).

ໂດຍ: ໄຊນີດາ