ການເຕີບໂຕສູງຍ້ອນຄວາມບຸກທະລຸໃນວິທະຍາສາດ, ເຕັກໂນໂລຊີ, ການຫັນປ່ຽນດີຈີຕອນ
ລວມລາຍຮັບທັງໝົດຂອງ Viettel ໃນປີ 2025 ແມ່ນ 220,4 ພັນຕື້ດົ່ງ, ເພີ່ມຂຶ້ນ 13,8%, ລື່ນກາຍແຜນການທີ່ໄດ້ວາງອອກ. ລະດັບການເຕີບໂຕ 13,8% ຂອງ Viettel ໄດ້ສະແດງໃຫ້ເຫັນວ່າ ເປົ້າໝາຍການເຕີບໂຕສອງຕົວເລກສາມາດບັນລຸໄດ້ຖ້າພົບເຫັນພື້ນທີ່ດຳລົງຊີວິດໃໝ່, ບັນດາກຳລັງໜູນໃໝ່. Viettel ບັນລຸກໍາໄລກ່ອນການຫັກພາສີ 56,8 ພັນຕື້ດົ່ງ, ເພີ່ມຂຶ້ນ 4,5%, ປະກອບສ່ວນເຂົ້າງົບປະມານຂອງລັດ 40,9 ພັນຕື້ດົ່ງ.
Viettel ບັນລຸການເຕີບໂຕສູງຍ້ອນມີຄວາມບຸກທະລຸໃນທຸກເສົາຄ້ຳຂອງການດໍາເນີນທຸລະກິດ, ຕິດພັນກັບບັນດາເປົ້າໝາຍພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະການຫັນປ່ຽນດີຈີຕອນແຫ່ງຊາດທີ່ໄດ້ວາງອອກໃນມະຕິ ເລກທີ 57 ຂອງກົມການເມືອງ ແລະມະຕິເລກທີ 03 ຂອງລັດຖະບານ.
    |
 |
|
ບັນດາສະຫາຍໃນຄະນະພັກກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ (Viettel) ອາຍຸການ 2025-2030. ພາບ: Viettel ສະໜອງ |
ໃນປີ 2025, Viettel ສືບຕໍ່ເປັນວິສາຫະກິດທີ່ນໍາໜ້າໃນການພັດທະນາພື້ນຖານໂຄງລ່າງດີຈີຕອນ ແລະໂຄງລ່າງ logistics ແຫ່ງຊາດ, ເປັນເຈົ້າການດ້ານເຕັກໂນໂລຊີ ແລະຜັນຂະຫຍາຍບັນດາຜະລິດຕະພັນອຸດສາຫະກຳເຕັກໂນໂລຊີສູງພົນລະເຮືອນ ແລະການທະຫານ.
ວິສາຫະກິດສຳຄັນໃນການພັດທະນາພື້ນຖານໂຄງລ່າງດີຈີຕອນ
ໃນ 6 ເດືອນ ທ້າຍ ປີ 2025, Viettel ໄດ້ເລັ່ງຜັນຂະຫຍາຍສະຖານີ 5G ຈຳນວນ 23.500 ແຫ່ງຢ່າງວ່ອງໄວ ເຊິ່ງລື່ນກາຍຄຳໝັ້ນສັນຍາທີ່ໄດ້ໃຫ້ໄວ້ກັບລັດຖະບານ ແລະບັນລຸສະຖານີທັງໝົດ 30.000 ແຫ່ງ. ເຄືອຂ່າຍ 5G ຂອງ Viettel ແມ່ນເຄືອຂ່າຍ 5G ທີ່ໃຫຍ່ທີ່ສຸດຢູ່ຫວຽດນາມ, ພ້ອມທັງຍັງມີຈຳນວນຈອງຜູ້ໃຊ້ຫຼາຍທີ່ສຸດ - 12,6 ລ້ານ. ໝາກຜົນນີ້ເພື່ອແນໃສ່ຕອບສະໜອງແຜນການບັນລຸເປົ້າໝາຍການກະຈາຍຄື້ນ 5G ທົ່ວປະເທດ ພາຍໃນປີ 2030 ທີ່ໄດ້ວາງອອກໃນມະຕິເລກທີ 57 ຂອງກົມການເມືອງ ແລະມະຕິເລກທີ 03 ຂອງລັດຖະບານ.
Viettel ກໍ່ໄດ້ເລີ່ມລົງມືກໍ່ສ້າງ 3 ສູນຂໍ້ມູນຂະໜາດໃຫຍ່ ແລະຂະໜາດໃຫຍ່ພິເສດສາມແຫ່ງໃນນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ, ເຊິ່ງສວມບົດບາດເປັນສູນສຳເນົາ ແລະແກ້ໄຂຂໍ້ມູນໃຫຍ່ (big data), ປະກອບສ່ວນເຂົ້າໃນເປົ້າໝາຍຂອງຍຸດທະສາດພື້ນຖານໂຄງລ່າງດີຈີຕອນທີ່ກ້າວໜ້າ, ທັນສະໄໝ, ບໍລິມາດບັນຈຸຫຼາຍທີ່ສຸດ, ຄວາມຖີ່ກວ້າງທີ່ສຸດ, ທັນສະໄໝ ແລະຍືນຍົງ, ທຽບເທົ່າກັບບັນດາປະເທດທີ່ກ້າວໜ້າ.
ກຸ່ມບໍລິສັດໄດ້ເຂົ້າຮ່ວມການພັດທະນາພື້ນຖານໂຄງລ່າງ logistics ດ້ວຍບັນດາໂຄງການຈຸດສຸມ, ປະກອບສ່ວນເຮັດໃຫ້ຫວຽດນາມ ກາຍເປັນສູນ logistics ຍຸດທະສາດຂອງພາກພື້ນ, ລາຍລະອຽດແມ່ນການເລີ່ມລົງມືກໍ່ສ້າງສູນ logistics ຢູ່ນະຄອນ ດ່ານັ້ງ; ການສົ່ງເສີມການຜັນຂະຫຍາຍດ່ານຊາຍແດນແບບອັດສະລິຍະຢູ່ແຂວງລ້າງເຊີນ, ລາວກາຍ, ກວາງນິງ; ຜັນຂະຫຍາຍການດໍາເນີນທຸລະກິດ logistics ຢູ່ຕະຫຼາດລາວ ແລະ ກໍາປູເຈຍ.
ການເຕີບໂຕໃນການດໍາເນີນທຸລະກິດຢູ່ຕ່າງປະເທດບັນລຸສະຖິຕິ
ລາຍຮັບທີ່ໄດ້ຈາກການບໍລິການຢູ່ຕະຫຼາດຕ່າງປະເທດຂອງ Viettel ເຕີບໂຕ 23,9% ໃນປີ 2025, ເຊິ່ງເປັນລະດັບການເຕີບໂຕສູງສຸດໃນ 9 ປີຢ່າງລຽນຕິດ, ໃນສະພາບການທີ່ໂທລະຄົມມະນາຄົມໂລກອີ່ມຕົວ.
Viettel ຢູ່ອັນດັບໜຶ່ງໃນສ່ວນແບ່ງຕະຫຼາດໂທລະສັບມືຖືໃນ 7 ຈາກ 9 ຕະຫຼາດຕ່າງປະເທດ (ລາວ, ກຳປູເຈຍ, ມຽນມາ, ຕີມໍ ເລສເຕ, ບູຣຸນດີ, ໄຮຕິ, ໂມຊຳບິກ) ແລະເປັນວິສາຫະກິດນໍາໜ້າດ້ານເຕັກໂນໂລຢີໃນຕະຫຼາດເຫຼົ່ານີ້, ລວມທັງ 5 ຕະຫຼາດທີ່ຜັນຂະຫຍາຍດໍາເນີນທຸລະກິດ 5G (ບູຣຸນດີ, ແທນຊາເນຍ, ເປຣູ, ກຳປູເຈຍ, ຕີມໍ ເລສເຕ).
ການສ້າງບັນດາພື້ນຖານ ແລະເຕັກໂນໂລຢີການຫັນປ່ຽນດີຈີຕອນຫຼັກແຫຼ່ງ
ໃນປີ 2025, Viettel ຈະເປັນຫົວໜ່ວຍຕົ້ນຕໍໃນການຜັນຂະຫຍາຍການຫັນປ່ຽນດີຈີຕອນໃຫ້ບັນດາອົງການຂັ້ນສູນກາງ, ພິເສດແມ່ນອົງການພັກ ແລະສະພາແຫ່ງຊາດ, ຫຼາຍລະບົບຂໍ້ມູນຂ່າວສານມີຂະໜາດໃຫຍ່, ຄວາມຮຽກຮ້ອງຕ້ອງການຮັກສາຄວາມລັບ ແລະຄວາມໝັ້ນຄົງສູງໄດ້ນຳໃຊ້ຢ່າງຄົບຊຸດ.
ໃນບົດບາດເປັນຜູ້ໃຫ້ຄຳປຶກສາດ້ານຍຸດທະສາດຂໍ້ມູນຂ່າວສານໃຫ້ 13 ກະຊວງ, ຂະແໜງການ ແລະອົງການຂັ້ນສູນກາງ, ກຸ່ມບໍລິສັດໄດ້ເຂົ້າຮ່ວມການສ້າງຖານຂໍ້ມູນແຫ່ງຊາດ ແລະວິຊາສະເພາະຕົ້ນຕໍ.
    |
 |
|
ລະບົບລູກສອນໄຟ ເຈື່ອງເຊີນ, ເຊິ່ງຄົ້ນຄວ້າ ແລະຜະລິດໂດຍ Viettel, ໄດ້ນຳມາສະແດງໃນງານສວນສະໜາມສະເຫຼີມສະຫຼອງ 80 ປີ ຂອງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ. ພາບ: Viettel ສະໜອງ |
ໃນຂົງເຂດຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, Viettel ໄດ້ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດໃຫ້ແກ່ລະບົບຂອງຫ້ອງການສະພາແຫ່ງຊາດ, ຜັນຂະຫຍາຍລະບົບນິເວດຂອງຜະລິດຕະພັນ ເພື່ອປົກປ້ອງຜູ້ໃຊ້ສຸດທ້າຍ, ຢືນຢັນອິດທິພົນຊື່ສຽງ, ກໍາລັງຄວາມສາມາດດ້ານວິຊາສະເພາະທີ່ລົງເລິກກ່ຽວກັບຄວາມປອດໄພຂອງຂໍ້ມູນຂ່າວສານ.
ການທົດລອງປະສົບຜົນສໍາເລັດ ແລະການຜະລິດອາວຸດຍຸດທະສາດຫຼາຍປະເພດ
ປີ 2025 ພວກເຮົາໄດ້ເຫັນຜົນງານທີ່ໜ້າປະທັບໃຈຂອງ Viettel ໃນຂົງເຂດອຸດສາຫະກຳເຕັກໂນໂລຢີສູງ, ເຊິ່ງໄດ້ຮັບການຮັບຮູ້ຈາກຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ວ່າມີຄວາມບຸກທະລຸ ແລະກະໂດດຂັ້ນ.
ຫຼັງຈາກຄົ້ນຄວ້າ, ອອກແບບ ແລະທົດລອງໃນຫ້ອງທົດລອງຫຼາຍພັນຄັ້ງມາເປັນເວລາຫຼາຍກວ່າ 3 ປີ. ເປັນຄັ້ງທຳອິດ, ອົງປະກອບກໍາລັງໜູນຂອງອາວຸດຍຸດທະສາດເຕັກໂນໂລຢີສູງທີ່ຖັນແຖວພະນັກງານ Viettel ປະດິດຂຶ້ນໄດ້ຮັບການທົດລອງສຳເລັດໃນເງື່ອນໄຂຕົວຈິງ. ທຸກຜົນລັບແມ່ນທຽບເທົ່າກັນ ຫຼື ລື່ນກາຍຜະລິດຕະພັນປະເພດດຽວກັນຈາກຕ່າງປະເທດ.
ຜົນສຳເລັດນີ້ໄດ້ເຮັດໃຫ້ຫວຽດນາມ ກາຍເປັນໜຶ່ງໃນຈຳນວນໜ້ອຍປະເທດທີ່ສາມາດເປັນເຈົ້າຂອງເຕັກໂນໂລຊີຂອງອົງປະກອບອາວຸດຍຸດທະສາດທີ່ຍາກ ແລະສັບສົນທີ່ສຸດໃນໂລກໄດ້ຢ່າງສົມບູນ. ໝາກຜົນນີ້ຍັງເປັນຂີດໝາຍໃນໜ້າປະຫວັດສາດໃໝ່ໃນຂົງເຂດປ້ອງກັນຊາດເຕັກໂນໂລຊີສູງ, ເມື່ອອົງປະກອບທັງໝົດຂອງອາວຸດຍຸດທະສາດມີເຕັກໂນໂລຊີສູງ ສາມາດເປັນເຈົ້າຂອງ ແລະຜະລິດຢູ່ພາຍໃນປະເທດໄດ້.
ກຸ່ມບໍລິສັດຍັງໄດ້ທົດລອງອາວຸດໃໝ່ຫຼາຍປະເພດສຳເລັດເປັນຄັ້ງທຳອິດດ້ວຍຄຸນສົມບັດທີ່ດີເລີດໃນໄລຍະເວລາສັ້ນ. ເມື່ອສະເລ່ຍຢູ່ໃນໂລກ, ໂຄງການຄົ້ນຄວ້າຜະລິດຕະພັນປ້ອງກັນຊາດເຕັກໂນໂລຊີສູງໂດຍທົ່ວໄປແລ້ວແມ່ນໃຊ້ເວລາຫຼາຍກວ່າ 10 ປີ, ສ່ວນ Viettel ໃຊ້ເວລາພຽງແຕ່ສອງສາມປີກໍສາມາດທົດລອງຜະລິດຕະພັນດັ່ງກ່າວສຳເລັດໃນຄັ້ງທຳອິດ. ພື້ນຖານໂຄງລ່າງ ແລະໂຮງງານທີ່ຮັບໃຊ້ໃຫ້ແກ່ການປະດິດ ແລະຜະລິດສ່ວນປະກອບອາວຸດຍຸດທະສາດທີ່ມີເຕັກໂນໂລຊີສູງກຸ່ມບໍລິສັດໄດ້ນຳເຂົ້າເຄື່ອນແລ້ວ. ເປົ້າໝາຍຂອງ Viettel ແມ່ນເພື່ອມຸ່ງໄປເຖິງການເປັນເຈົ້າຕົນເອງຢ່າງສົມບູນໃນທຸກ module ຢູ່ພາຍໃນປະເທດ, ຮັບປະກັນການຜະລິດ ແລະການນຳໃຊ້ຖືກຕາມຄວາມຄືບໜ້າທີ່ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດມອບໝາຍ.
ປີ 2025 ໄດ້ຜ່ານພົ້ນໄປດ້ວຍຂີດໝາຍສໍາຄັນຫຼາຍຢ່າງ, ກ້າວເຂົ້າສູ່ປີ 2026 Viettel ໄດ້ຕັ້ງຄວາມຫວັງໄວ້ຫຼາຍຢ່າງ. ດ້ວຍການກຳນົດທິດຍຸດທະສາດພັດທະນາວິສາຫະກິດທີ່ຖືກຕ້ອງ, ດ້ວຍຖັນແຖວການນຳທີ່ໄດ້ຮັບການປັບປຸງ, ບູລະນະ, ກຳລັງສຸກງອມ, ເຕັມໄປດ້ວຍຄວາມຄາດຫວັງ, ຊັບພະຍາກອນມະນຸດມີຄຸນນະພາບສູງ, ດ້ວຍກຳລັງຄວາມສາມາດດ້ານວິທະຍາສາດ, ເຕັກໂນໂລຊີ ແລະປະສົບການໃນການດຳເນີນທຸລະກິດ, ເຊື່ອໝັ້ນວ່າ Viettel ຈະພັດທະນາໄວກວ່າອີກ, ປະກອບສ່ວນສຳຄັນເຂົ້າໃນການເລັ່ງຄວາມໄວພັດທະນາຂອງປະເທດຊາດ.
ໂດຍ: ຈາງຫງວຽນ